ເປີດຕົວແລ້ວ! ສະໂມສອນກ໊ອຟ ອາວຸໂສລາວ ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການ

183

ສະໂມສອນກ໊ອຟ ອາວຸໂສລາວ ໄດ້ຮັບການແຕ່ງຕັ້ງຂຶ້ນຢ່າງເປັນທາງການໃນຕອນທ່ຽງຂອງວັນທີ 4 ພຶດສະພາ 2019 ໂດຍການຮັບຮອງຂອງກະຊວງສຶກສາທິການ ແລະ ກີລາ ແລະ ສະຫະພັນກີລາກ໊ອຟແຫ່ງຊາດລາວ ໂດຍພິທີດັ່ງກ່າວຈັດຂຶ້ນທີ່ ສະໜາມກ໊ອຟລາວ ຄຣັນທຣີ ຄັບ.

ໂດຍ ທ່ານ ສັງຄົມ ພົມພັກດີ ຕ່າງໜ້າສະຫະພັນກ໊ອຟແຫ່ງຊາດລາວ ຂຶ້ນອ່ານຂໍ້ຕົກລົງຂອງ ກະຊວງສຶກສາທິການ ແລະ ກີລາ, ສະຫະພັນກີລາກ໊ອຟແຫ່ງຊາດລາວ ວ່າ: ອີງຕາມໃບຮັບຮອງການສ້າງຕັ້ງ ສະໂມສອນກີລາກ໊ອຟອາວຸໂສລາວ ສະບັບເລກທີ 019/ສກລ.ກລຂ-19 ລົງວັນທີ 12 ເມສາ 2019, ສະຫະພັນກີລາກ໊ອຟແຫ່ງຊາດລາວ ຕົກລົງແຕ່ງຕັ້ງຄະນະປະທານທີ່ປຶກສາກິຕິມະສັກ, ຄະນະບໍລິຫານງານ ສະໂມສອນກ໊ອຟ ອາວຸໂສລາວ ດັ່ງນີ້:

1 ທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນປະທານທີ່ປຶກສາກິຕິມະສັກ
2 ທ່ານ ຄໍາແພງ ໄຊສົມແພງ ເປັນທີ່ປຶກສາກິຕິມະສັກ
3 ທ່ານ ຄໍາຫຼ້າ ລີ້ງນະສອນ ເປັນທີ່ປຶກສາກິຕິມະສັກ
4 ທ່ານ ປອ ຄໍາຂັນ ນະພາວົງ ເປັນປະທານຄະນະບໍລິຫານງານ
5 ທ່ານ ມັດສູນມາລາ ເປັນຮອງປະທານຄະນະບໍລິຫານງານ
6 ທ່ານ ເລົາຄໍາ ສົມເພັດຊ ເປັນຮອງປະທານຄະນະບໍລິຫານງານ
7 ທ່ານ ສະເຫຼີມໄຊ ທ່ຽງທໍາ ເປັນເລຂານຸການຄະນະບໍລິຫານງານ

ທັງນີ້, ໃນຕອນເຊົ້າຂອງວັນດັ່ງກ່າວຍັງມີການແຂ່ງຂັນຂອງກຸ່ມນັກກ໊ອຟຜູ້ສູງອາຍຸ ຮອບວຽນທີ 3 ທີ່ສະໜາມກ໊ອຟ ລາວຄັນທຣີ ຄລັບ ເພື່ອລຸ້ນຮັບຂັນແຊັມໝູນວຽນ ( 3 ຄັ້ງຈະໄດ້ຂັນດັ່ງກ່າວໄປຄອງ) ຜ່ານການແຂ່ງຂັນປາກົດວ່າ:

1 ຊະນະເລີດສາຍ ກ ຕົກເປັນຂອງ ທ່ານ ຄໍາແພງ ໄຊສົມແພງ
2 ຊະນະເລີດສາຍ ຂ ຕົກເປັນຂອງ ທ່ານ ດຣ. ສົມພອນ ດວງດາລາ
3 ຊະນະເລີດສາຍ ຄ ຕົກເປັນຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ
4 ຊະນະເລີດສາຍກຸລະສະຕີໄດ້ແກ່ ທ່ານ ນາງ ບົວຄໍາ ສີຫາວົງ
5 ລາງວັນຕີໃກ້ຂຸມ 13 ໄດ້ແກ່ ທ່ານ ສັງຄົມ ພົມພັກດີ
6 ລາງວັນຕີໃກ້ຂຸມ 3 ໄດ້ແກ່ ທ່ານ ຄູນ ສຸທໍາມະໂກດ
7 ລາງວັນຕີໄກໃກ້ເສັ້ນຂຸມ 6 ໄດ້ແກ່ ທ່ານ ຄໍາມີ ຫຼ້າບຸນທັນ.

ຂ່າວ: ຄໍາສອນ, ພາບ: ສຸກສະຫວັນ