ເມືອງທົ່ງມີໄຊ ຈັດພິທີທຳລາຍ ປຶນແກັບ, ຈັກສະຕິນ

165

ເມື່ອຕົ້ນອາທິດນີ້, ຢູ່ທີ່ຄ້າຍຄຸມຂັງດັດສ້າງ ຂອງເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍຂອງກາງທີ່ຍຶດມາໄດ້ຈາກຄະດີແກ້ໄຂປະກົດການຫຍໍ້ທໍ້ຕ່າງໆປະຈຳປີ 2018 ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງທ່ານ ບຸນຫຼາຍ ລັດຖະຫວັນ ຮອງເລຂາພັກເມືອງ, ປະທານຄະນະກຳມະການກວດກາພັກເມືອງທົ່ງມີໄຊ.

ພັທ ຄຳພົ້ວ ສູນທອນຈິດ,ໍ ກຳມະການຄະນະປະຈຳພັກເມືອງ, ຫົວໜ້າກອງບັນຊາການ ປກສ ເມືອງທົ່ງມີໄຊ,ໍ; ບັນດາທ່ານກຳມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະພັກ, ຄະນະບັນຊາການ, ພະນັກງານຮັບຮົບ, ຕະຫຼອດຮອດຜູ້ຕາງໜ້າອຳນາດການປົກຄອງບ້ານຕ່າງໆໃນທົ່ວເມືອງ ກໍ່ໄດ້ເຂົ້າຮ່ວມພິທີດຽວກັນນີ້ ຢ່າງພ້ອມພຽງ.

ໃນພິທີ, ທ່ານ ພັທ ສຸລິວັນ ດ່ວນວິໄລ ຮອງຫົວໜ້າກອງບັນຊາການ ປກສ ເມືອງທົ່ງມີໄຊ ໄດ້ຂຶ້ນຜ່ານບົດສະຫຼຸບການລົງແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວເມືອງທົ່ງມີໄຊປະຈຳປີ 2018, ໂດຍທ່ານໄດ້ຍົກໃຫ້ເຫັນ ສະພາບທົ່ວໄປ ແລະ ສະພາບການແກ້ໄຂປະກົດການຫຍໍ້ທໍ້ໃນໄລຍະຜ່ານມາ; ທ່ານໄດ້ກ່າວວ່າ: ໂດຍປະຕິບັດຕາມໂຄງການແກ້ໄຂປະກົດການຫຍໍ້ທໍ້ຂອງກອງບັນຊາການ ປກສ ເມືອງທົ່ງມີໄຊ, ເຊິ່ງໄດ້ມີການແຕ່ງຕັ້ງເຈົ້າໜ້າທີ່ ປກສ ເມືອງ, ສຳນັກງານ-ອົງການທີ່ກ່ຽວຂ້ອງ, ໂດຍແມ່ນທ່ານເຈົ້າເມືອງເປັນຜູ້ຊີ້ນຳລວມ, ແລະ ປະກອບມີບຸກຄະລະກອນທັງໝົດ 73 ສະຫາຍ, ຍິງ 3 ສະຫາຍ.

ຈາກນັ້ນ, ກໍ່ໄດ້ເຕົ້າໂຮມຜູ້ຕາງໜ້າອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນເມືອງທົ່ງມີໄຊ ໂດຍສະເພາະ ກໍ່ແມ່ນເປົ້າໝາຍປະເພດຕ່າງໆ ໃຫ້ມາເຊື່ອມຊືມເອກະສານສຳຄັນທາງດ້ານແນວຄິດການເມືອງຈຳນວນໜຶ່ງ, ພ້ອມທັງໄດ້ແຍກປະເພດເປົ້າໝາຍໃຫ້ແຕ່ລະອານຸກຳມະການສຶກສາອົບຮົມຕື່ມອີກ, ກ່ອນທີ່ຈະລະດົມໃຫ້ເຂົາເຈົ້ານຳເອົາຂອງກາງທີ່ກ່ຽວພັນເຖິງປະກົດການຫຍໍ້ທໍ້ ມາມອບໃຫ້ເຈົ້າໜ້າທີ່, ແລ້ວເຮັດບົດບັນທຶກຕໍ່ບັນດາເປົ້າໝາຍດັ່ງກ່າວ.

ອີງຕາມຜົນຂອງການແກ້ໄຂປະກົດການຫຍໍ້ທໍ້ໃນທົ່ວເມືອງສຳລັບປີ 2018, ແມ່ນສາມາດຄົ້ນພົບເປົ້າໝາຍໄດ້ທັງໝົດ 469 ຄົນ, ຍິງ 8 ຄົນ, ປະກອບມີ ແຕ່ລະກໍລະນີດັ່ງນີ້: ເປົ້າໝາຍຜູ້ທີ່ຄອບຄອງ ປືນແກັບ, ປືນຕີຫຼັງ, ແລະ ປືນຕີຂ້າງ ມີ 295 ຄົນ, ໂດຍນຳມາມອບແລ້ວ 148 ກະບອກ, ເລົາປືນ ມີ 29 ເລົາ, ເປົ້າໝາຍຜູ້ທີ່ຄອບຄອງ ໝໍ້ຊ໋ອດປາ ມີ 8 ຄົນ, ໂດຍນຳມາມອບແລ້ວ 4 ເຄື່ອງ, ຈັກສະຕິນ ມີ 21 ຄົນ, ໂດຍນຳມາມອບແລ້ວ 7 ເຄື່ອງ, ບາ 2 ອັນ, ໂສ້ 1 ອັນ. ນອກນີ້, ຍັງມີເປົ້າໝາຍ ຜູ້ເສບຢາເສບຕິດ 43ຄົນ, ຕັດໄມ້ບໍລິເວນຊາຍແດນ 24 ຄົນ, ນຳເຂົ້າພາຫະນະບໍ່ຖືກຕ້ອງ ມີ 10ຄົນ, ຜະລິດປືນແກັບ, ປືນຕີຫຼັງ, ປືນຕີຂ້າງ 1 ຄົນ, ດັດແປງສະພາບເຕັກນິກລົດ 1 ຄົນ, ເຊື່ອຖືງົມງວາຍ 11ຄົນ, ຍິງ 8 ຄົນ, ຄອບຄົວບໍ່ມີຄວາມສະຫງົບ 20 ຄົນ, ໃສ່ແຮ້ວຢຽບມີ 31 ຄົນ ແລະ ລັກຊັບພົນລະເມືອງ 4 ຄົນ, ໂດຍເປົ້າ ໝາຍທັງໝົດເຫລົ່ານີ້ແມ່ນໄດ້ສຶກສາອົບຮົມແລ້ວ.

ຈາກນັ້ນ, ໃນພິທີດັ່ງກ່າວ, ກໍ່ຍັງໄດ້ຍົກໃຫ້ເຫັນສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດການແກ້ໄຂປະກົດການຫຍໍ້ທໍ້ໃນໄລຍະຜ່ານມາ.
ໃນຕອນທ້າຍຂອງພິທີ, ບັນດາທ່ານທີ່ໄດ້ເຂົ້າຮ່ວມກໍ່ໄດ້ພ້ອມກັນຈູດທຳລາຍຂອງກາງທີ່ຍຶດມາໄດ້ທັງໝົດນຳກັນອີກ.

(ຂ່າວ: ມິກລະຄອນ ຄໍາມຸນທາ)