4 ປັດໄຈພື້ນຖານທີ່ເປັນບ່ອນອີງໃນການເລືອກສາຍຮຽນຕໍ່

170

ການເລືອກອາຊີບຫຼັງການຮຽນຈົບສາມັນສຶກສາ ເປັນການຕັດສິນໃຈທີ່ມີຄວາມຫຍຸ້ງຍາກຫຼາຍພໍສົມຄວນ ເພາະຕ້ອງໄດ້ຄິດທົບທວນຊອກຮູ້ກ່ຽວກັບອາຊີບຕ່າງໆວ່າຕົນເອງມັກອາຊີບຫຍັງ ເຊິ່ງມີບາງຄົນມີເປົ້າໝາຍເລືອກອາຊີບທີ່ຕ້ອງໄປຮຽນຕໍ່ ຫຼື ປະກອບອາຊີບເລີຍ ແຕ່ມີນັກຮຽນຫຼາຍຄົນຍັງບໍ່ຮູ້ຕັດສິນໃຈປ່ອຍໃຫ້ຜູ້ເປັນພໍ່ແມ່, ຜູ້ປົກຄອງຕັດສິນໃຈແທນ, ບາງຄັ້ງກໍເປັນໄປຕາມຄວາມປະສົງຂອງນັກຮຽນ ແຕ່ບາງຄັ້ງກໍບໍ່ໄດ້ຕາມ ຄວາມມັກຂອງຕົນເອງ.

ເຖິງຢ່າງໃດກໍຕາມ, ການເລືອກຮຽນຕໍ່ໃນວິຊາຊີບນັ້ນລ້ວນແຕ່ມີຫຼາຍແງ່ມູມທີ່ແຕກຕ່າງກັນ ອີງຕາມຄວາມມັກຮັກຂອງໃຜລາວ, ບາງຄົນເມື່ອຮຽນຈົບມັດທະຍົມສຶກສາແລ້ວເລືອກເຮັດວຽກຕໍ່ເພື່ອເປັນມະນຸດເງິນເດືອນ, ບາງຄົນເລືອກທີ່ຈະລ້ຽງຕົນເອງ ເຊິ່ງມະນຸດເງິນເດືອນນັ້ນ ພວກເຂົາເປັນຄົນທີ່ມີລາຍຮັບປົກກະຕິ, ຮູ້ລາຍຮັບໄດ້ລ່ວງໜ້າ ເຊັ່ນ: ພະນັກງານລັດຖະກອນ, ພະນັກງານບໍລິສັດ ຫຼື ໂຮງຈັກ – ໂຮງງານຕ່າງໆ, ສ່ວນບຸກຄົນທີ່ເລືອກລ້ຽງຕົນເອງນັ້ນ ພວກຄົນທີ່ມັກທ້າທາຍຄວາມສ່ຽງສູງ ມີລາຍຮັບບໍ່ຄົງທີ່ບາງເດືອນມີລາຍຮັບຫຼາຍ ບາງເດືອນມີລາຍຮັບໜ້ອຍ ນອກຈາກລ້ຽງຕົນເອງແລ້ວຕ້ອງເປັນຄົນມີຄວາມຮັບຜິດຊອບຕໍ່ພະນັກງານທີ່ເຮັດວຽກໃຫ້ກັບເຮົາ.

ການປະກອບອາຊີບໃຫ້ເໝາະກັບຄວາມສາມາດ, ຄວາມມັກຂອງນັກຮຽນທຸກຄົນໃນຍຸກປັດຈຸບັນບໍ່ວ່າຈະເລືອກໄປຮຽນຕໍ່ ຫຼື ປະກອບອາຊີບຂັ້ນພື້ນຖານກ່ອນເລີຍ ຫຼັງຈົບການສຶກສາຊັ້ນມັດທະຍົມສຶກສາ ເຖິງວ່າ ຄວາມມັກຮັກເປັນຈຸດດ້ອຍຈຸດແຂງຂອງແຕ່ລະຄົນບໍ່ຄືກັນ ແຕ່ເວົ້າໂດຍລວມແລ້ວທຸກອາຊີບລ້ວນແຕ່ຢູ່ໃນ 4 ປັດໄຈພື້ນຖານ ດັ່ງນີ້:

  1. ລາຍຮັບ: ບາງຄົນເອົາລາຍຮັບເປັນຕົວຕັ້ງໃນການເລືອກອາຊີບ, ຫຼາຍຄົນວ່າຕ້ອງການເຮັດວຽກ ຫຼື ປະກອບອາຊີບທີ່ມີລາຍຮັບສູງ. ດັ່ງນັ້ນ, ກ່ອນທີ່ຈະເລືອກສາຍຮຽນຕໍ່ໃດໜຶ່ງນັ້ນຕ້ອງໄດ້ຊອກຮູ້ລາຍລະອຽດວ່າ ສາຍຮຽນດັ່ງກ່າວຈະສາມາດປະກອບອາຊີບ ຫຼື ເຮັດວຽກແລ້ວມີລາຍຮັບສູງ ເຊິ່ງສ່ວນຫຼາຍແລ້ວແມ່ນສາຍຮຽນທີ່ກ່ຽວກັບວິສະວະກຳ, ທຸລະກິດ, ພາສາຈີນ ແລະ ອື່ນໆ.
  2. ເນັ້ນຄວາມລຶ້ງເຄີຍ: ບຸກຄົນເຫຼົ່ານີ້ ສ່ວນຫຼາຍເອົາຄອບຄົວເປັນຕົວຕັ້ງ, ໝາຍຄວາມວ່າ ເຫັນພໍ່ແມ່ປະກອບອາຊີບໃດກໍມັກອາຊີບນັ້ນ ເພາະຮູ້ລາຍລະອຽດຂອງອາຊີບນັ້ນດີຢູ່ແລ້ວ ຈຶ່ງມີຄວາມໝັ້ນໃຈວ່າຕ້ອງເຮັດໄດ້ ເຊິ່ງບຸກຄົນທີ່ເລືອກຮຽນສາຍຕາມປັດໄຈນີ້ ສ່ວນຫຼາຍແມ່ນຄົນທີ່ຈະມາສືບທອດທຸລະກິດຈາກຄອບຄົວ ຫຼື ຂະຫຍາຍຕາໜ່າງທຸລະກິດຄອບຄົວໃຫ້ໃຫຍ່ຂຶ້ນ.
  3. ອຳນາດ ແລະ ຍົດສັກໃນສັງຄົມ: ເອົາຄວາມມີອຳນາດ ແລະ ມີກຽດໃນສັງຄົມເປັນຕົວຕັ້ງ. ສະນັ້ນ, ຈະສົນໃຈຮຽນໃນສາຍທີ່ກ່ຽວກັບການເມືອງ, ວັດທະນະທຳ – ສັງຄົມ, ການບໍລິຫານ ແລະ ອື່ນໆ ເຊິ່ງບຸກຄົນເຫຼົ່ານີ້ຈະສົນໃຈວຽກງານຂອງພັກ – ລັດ, ເຖິງວ່າຈະມີລາຍຮັບບໍ່ຫຼາຍເທົ່າກັບອາຊີບທຸລະກິດ.
  4. ຊ່ວຍສັງຄົມ: ບາງຄົນມັກປະກອບອາຊີບຊ່ວຍຜູ້ອື່ນໃນສັງຄົມ, ຊ່ວຍການສຶກສາ, ຊ່ວຍສຸຂະພາບ, ຊ່ວຍຊີວິດຂອງຄົນອື່ນ, ຊ່ວຍໃຫ້ສັງຄົມມີຄວາມສະຫງົບປອດໄພ ເຊິ່ງໃນຂົງເຂດນີ້ນັກຮຽນສາມາດເລືອກຮຽນຕໍ່ຕາມບັນດາສະຖາບັນການສຶກສາ ຫຼື ມະຫາວິທະຍາໄລຕ່າງໆ ເພາະທຸກສາຂາວິຊາຮຽນ, ທຸກອາຊີບທີ່ສອນ ແລະ ທຸກອາຊີບໃນສັງຄົມປັດຈຸບັນ ນອກຈາກສ້າງລາຍຮັບໃຫ້ແກ່ຕົນເອງແລ້ວ ລ້ວນແຕ່ເປັນອາຊີບທີ່ປະກອບສ່ວນໃນການຊ່ວຍສັງຄົມບໍ່ຫຼາຍກໍໜ້ອຍນັ້ນເອງ.

ສຳລັບນັກຮຽນທີ່ໃກ້ຈະຮຽນຈົບ ມ 7 ແລະ ມີແຜນການຮຽນຕໍ່ໃນອະນາຄົດນັ້ນ ບໍ່ວ່າຈະເລືອກສາຍໃດ ປະກອບອາຊີບໃດກໍຕ້ອງຄຳນຶງເຖິງດ້ານທຶນຮອນ, ການແຂ່ງຂັນ ແລະ ຄວາມໝັ້ນຄົງຂອງອາຊີບນັ້ນ ເຖິງຈະປະກອບອາຊີບດ້ວຍຕົນເອງ ຫຼື ເຮັດວຽກຕາມຂະແໜງການຕ່າງໆ ເພາະທຸກອາຊີບລ້ວນກ່ຽວຂ້ອງກັບ 4 ປັດໄຈພື້ນຖານຂອງການດຳລົງຊີວິດຂອງສັງຄົມ, ທຸກຜົນຜະລິດ ຫຼື ການບໍລິການຈາກອາຊີບໃດກໍຕາມ ລ້ວນເປັນສິ່ງທີ່ທຸກຄົນໃນສັງຄົມຕ້ອງການ ແລະ ຂາດບໍ່ໄດ້.

( ໂດຍ: ກາວຊົ່ງ; ບາງຂໍ້ມູນຈາກປຶ້ມ “ ຈະຮຽນຕໍ່ຢູ່ໃສດີ? ”

ໂດຍ: ດາລາວັນ ພອນແກ້ວ )