ງານວາງສະແດງຜະລິດຕະພັນລາວ ຈະເປີດຂຶ້ນ 10 ພຶດສະພານີ້

132

ຜູ້ປະກອບການຜະລິດສິນຄ້າລາວ ກຽມຕົວໃຫ້ພ້ອມເພື່ອນໍາເອົາສິນຄ້າເຂົ້າຮ່ວມງານວາງສະແດງຜະລິດຕະພັນລາວ ເພື່ອເປີດໂອກາດໃຫ້ຜູ້ຊົມໃຊ້ໄດ້ເຂົ້າເຖິງຜະລິດຕະພັນ ພ້ອມທັງແລກປ່ຽນການຜະລິດລະຫວ່າງຜູ້ປະກອບການດ້ວຍກັນ, ປັດຈຸບັນມີຜູ້ສະເໜີນໍາສິນຄ້າເຂົ້າຮ່ວມ 180 ຫ້ອງວາງສະແດງ.

ພິທີຖະແຫຼງຂ່າວ ງານວາງສະແດງຜະລິດຕະພັນລາວ Made in Laos ປະຈໍາປີ 2019 ຈັດຂຶ້ນໃນວັນທີ 30 ເມສາ 2019 ຢູ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງຫ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີຮອງປະທານສະພາການຄ້າ, ຕາງໜ້າບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ງານວາງສະແດງດັ່ງກ່າວຈະດໍາເນີນໄປເປັນເວລາ 10 ວັນ ເລີ່ມແຕ່ວັນທີ 10 – 19 ພຶດສະພາ 2019 ແລະ ຈະມີພິທີເປີດຂຶ້ນຢ່າງເປັນທາງການ ໃນວັນທີ 16 ພຶດສະພາ 2019 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ຮູ້ວ່າ: ງານວາງສະແດງ Made in Laos ຈັດຂຶ້ນເປັນຄັ້ງທໍາອິດ ໃນປີ 2011, ສໍາລັບຄັ້ງນີ້ແມ່ນຈັດຂຶ້ນເປັນຄັ້ງທີ 6 ແລ້ວ ເຊິ່ງໄດ້ມີການລະດົມຂົນຂວາຍບັນດາຜູ້ປະກອບການ, ຜູ້ຜະລິດສິນຄ້າໃນທຸກຂະແໜງທົ່ວປະເທດ ລວມເຖິງທຸລະກິດທີ່ຢູ່ໃນເຂດເສດຖະກິດພິເສດ ເພື່ອນໍາເອົາຜະລິດຕະພັນເປັນເອກະລັກຂອງແຕ່ລະແຂວງມາວາງສະແດງ, ໂຄສະນາ ແລະ ຈໍາໜ່າຍຫຼາຍກວ່າ 250 ຫ້ອງວາງສະແດງ ເພື່ອແນໃສ່ຍົກລະດັບການຜະລິດ – ການຈໍາໜ່າຍພາຍໃນໃຫ້ນັບມື້ຂະຫຍາຍຕົວ, ມີຄຸນນະພາບ, ໄດ້ມາດຕະຖານ ແລະ ກ້າວຂຶ້ນສູ່ລະດັບສາກົນ ພ້ອມທັງເປັນການສ້າງຄວາມພາກພູມໃຈຕໍ່ສິນຄ້າທີ່ຜະລິດພາຍໃນ.

ທ່ານຮອງປະທານສະພາການຄ້າ ໃຫ້ຮູ້ຕື່ມວ່າ: ງານວາງສະແດງໃນຄັ້ງນີ້ມີຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວາງສະແດງ ເຊັ່ນ: ຂະແໜງຫັດຖະກໍາ, ອຸດສາຫະກຳ, ອັນຍະມະນີ, ເຟີນີເຈີ, ຕັດຫຍິບ, ການຢາ, ທ່ອງທ່ຽວ, ການບໍລິການ ລວມໄປເຖິງຜະລິດຕະພັນໜຶ່ງເມືອງໜຶ່ງຜະລິດຕະພັນ ປັດຈຸບັນມີບໍລິສັດສະໝັກເຂົ້າຮ່ວມງານແລ້ວ 180 ຫ້ອງ ເຊິ່ງພາຍໃນງານຈະມີການຈັດສໍາມະນາໃຫ້ແກ່ຜູ້ທີ່ມີຄວາມສົນໃຈເຮັດທຸລະກິດ ໂດຍຈະເລີ່ມແຕ່ວັນທີ 13 – 18 ພຶດສະພາ, ມີຫົວຂໍ້ທີ່ໜ້າສົນໃຈ ຄື: ສໍາມະນາກ່ຽວກັບການແປຮູບສິນຄ້າກະສິກໍາ, ສໍາມະນາການກຽມຄວາມພ້ອມເຂົ້າຮ່ວມງານວາງສະແດງຢູ່ຕ່າງປະເທດ, ການນໍາສະເໜີຂອງບໍລິສັດທີ່ປະສົບຜົນສໍາເລັດໃນການເຮັດທຸລະກິດໃນ ສປປ ລາວ, ນໍາສະເໜີກ່ຽວກັບຜະລິດຕະພັນ ແລະ ການບໍລິການທີ່ທັນສະໄໝຂອງທະນາຄານພັດທະນາລາວ ແລະ ເງື່ອນໄຂໃນການເຂົ້າຫາແຫຼ່ງທຶນຂອງທະນາຄານພັດທະນາລາວ ຄາດວ່າຈະມີຜູ້ເຂົ້າຮ່ວມສໍາມະນາຫຼາຍກວ່າ 500 ຄົນ.

ທ່ານ ໄຊສົມເພັດ ນໍລະສິງຫ໌ ກ່າວວ່າ: ການຈັດງານໃນຄັ້ງນີ້ເປັນໂອກາດໜຶ່ງທີ່ຜູ້ເຂົ້າຮ່ວມງານຈະໄດ້ເຫັນວິວັດທະນາການຂອງສິນຄ້າລາວ ວ່າມີການພັດທະນາມາຫຼາຍໜ້ອຍສໍ່າໃດກວ່າຈະມາເປັນຜະລິດຕະພັນທີ່ນໍາມາວາງຂາຍໃນຄັ້ງນີ້, ອີກທັງເປັນການເປີດໂອກາດໂຄສະນາສິນຄ້າຂອງຄົນລາວອອກສູ່ສາຍຕາມວນຊົນທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ຍັງເປັນການແລກປ່ຽນຄວາມຮູ້, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນຂອງບັນດາຜູ້ເຂົ້າຮ່ວມງານສໍາມະນາ ແລະ ນັກທຸລະກິດທີ່ປະສົບຜົນສໍາເລັດແລ້ວ ເພື່ອເປັນບົດຮຽນໃຫ້ແກ່ຜູ້ປະກອບການໜ້າໃໝ່ທີ່ກໍາລັງຈະເກີດຂຶ້ນ. ພ້ອມດຽວກັນນັ້ນ, ກໍເປັນການສົ່ງເສີມຜະລິດຕະພັນຄົນລາວທີ່ຕິດພັນກັບການທ່ອງທ່ຽວໄປໃນຕົວ ແລະ ຍັງເປັນການກະຕຸ້ນໃຫ້ຄົນລາວນໍາໃຊ້ສິນຄ້າພາຍໃນຫຼາຍຂຶ້ນ ເຊິ່ງຄາດວ່າຈະມີຜູ້ເຂົ້າຮ່ວມ 2.000 ເທື່ອຄົນຕໍ່ວັນ.

 

 

( ຂ່າວ: ເອຢິບ, ຮູບ: ສອນໄຊ )