ລາວ – ສ.ເກົາຫຼີ ເປີດຊຸດສໍາມະນາພັດທະນາຂະແໜງໄຟຟ້າ

107

ໂຄຕຣາ ວຽງຈັນ ( KOTRA  Vientiane ) ເຊິ່ງເປັນໜ່ວຍງານເສດຖະກິດ ປະຈຳສະຖານທູດ ສ.ເກົາຫຼີ  ໄດ້ຈັດງານສໍາມະນາເຕັກນິກ ລາວ  – ສ.ເກົາຫຼີ Laos – Korea Power Forum ເພື່ອແລກປ່ຽນປະສົບການ ແລະ ຄວາມຮູ້ໃນບໍລິສັດຈັດການລະບົບໄຟຟ້າ ໂດຍໃຊ້ເຕັກໂນໂລຊີເຂົ້າຊ່ວຍ ເພື່ອຍົກລະດັບການບໍລິການ ແລະ ຄຸ້ມຄອງ.

ຊຸດສໍາມະນາໄດ້ມີຂຶ້ນໃນວັນທີ 2 ພຶດສະພາ 2019 ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ Mr Shin Sung – Soon ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ມີຜູ້ອໍານວຍການ ລັດວິສາຫະກິດໄຟຟ້າ ສ.ເກົາຫຼີ ແລະ ພະນັກງານທັງສອງພາກສ່ວນເຂົ້າຮ່ວມ.

ທ່ານ ດາວວົງ ພອນແກ້ວ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃນວຽກງານພະລັງງານນີ້ ໂດຍສະເພາະການຮ່ວມມືລະຫວ່າງ ລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດ KEPCO ທີ່ໄດ້ມີການຮ່ວມມືໂຄງການ ເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ ແລະ ປັບປຸງສະຖານີໄຟຟ້າທີ່ມີຢູ່ໃນປັດຈຸບັນ ໃຫ້ເປັນສະຖານີ GIS ເຊິ່ງໂຄງການດັ່ງກ່າວ ບໍລິສັດ KEPCO ໄດ້ຕິດຕັ້ງສະຖານີຈໍາລອງ GIS ຢູ່ລັດວິສາຫະກິດໄຟຟ້າລາວ ໂດຍຜ່ານການສໍາມະນາໃນຄັ້ງນີ້ ພວກເຮົາຈະໄດ້ຮັບຜົນປະໂຫຍດຈາກປະສົບການລະດັບສາກົນຂອງບໍລິສັດ ໃນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ໂດຍສະເພາະແມ່ນເຕັກໂນໂລຊີຂະແໜງໄຟຟ້າທີ່ ບໍລິສັດ KEPCO ເພື່ອເພີ່ມປະສິດທີ່ຜົນໃຫ້ວຽກງານ ແລະ ພັດທະນາທຸລະກິດ.

ທ່ານ Mr Shin Sung – Soon ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໃນຍຸກສະໄໝນີ້ໄຟຟ້າແມ່ນໂຄງສ້າງພື້ນຖານທີ່ສໍາຄັນທີ່ຂາດບໍ່ໄດ້ສໍາລັບອຸດສາຫະກຳທັນສະໄໝ ແລະ ການດໍາລົງຊີວິດຂອງມະນຸດເຮົາ ຖ້າບໍ່ມີການສະໜອງໄຟຟ້າທີ່ຄຸນນະພາບດີ, ລາຄາຖືກ ຈາກລັດວິສາຫະກິດໄຟຟ້າ ສ.ເກົາຫຼີ ການຂະຫຍາຍຕົວດ້ານເສດຖະກິດ ຂອງ ສ.ເກົາຫຼີ ກໍອາດຈະບໍ່ໄດ້ເກີດຂຶ້ນ. ສໍາລັບ ສປປ ລາວ ກໍໄດ້ມີການຂະຫຍາຍຕົວຂອງເສດຖະກິດບົ້ນພື້ນຖານການຜະລິດໄຟຟ້ານໍ້າຕົກ, ການຂຸດຄົ້ນບໍ່ແຮ່, ການບໍລິການທ່ອງທ່ຽວເປັນຕົ້ນ, ໃນໄລຍະທີ່ສໍາຄັນແບບນີ້ ລັດວິສາຫະກິດໄຟຟ້າ ສ.ເກົາຫຼີ ເຊິ່ງເປັນລັດວິສາຫະກິດໄຟຟ້າ ລະດັບສຸດຍອດຂອງໂລກ ໄດ້ຈັດງານສໍາມະນາກັບ ລັດວິສາຫະກິດໄຟຟ້າລາວ ຈະມີຄວາມສໍາຄັນຫຼາຍ ໄດ້ຖ່າຍທອດເຕັກໂນໂລຊີທີ່ໂດດເດັ່ນ  ແລະ ຄວາມຊໍານານຂອງບຸກຄະລາກອນຮ່ວມກັນ.

ທ່ານ Choi, Myoung – Ho ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າ ສ.ເກົາຫຼີ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ລັດວິສາຫະກິດ ສ.ເກົາຫຼີ ໄດ້ມີອຸປະສັກຫຼາຍຢ່າງ ແລະ ເອົາຊະນະບັນດາວິກິດການ ແລະ ຄວາມຫຍຸ້ງຍາກຕ່າງໆຈົນໄດ້ຮັບຜົນສໍາເລັດຫຼາຍຢ່າງ. ສໍາລັບຄຸນນະພາບໄຟຟ້າແມ່ນສຸດຍອດຂອງໂລກ ເຊິ່ງອັດຕາການສູນເສຍໄຟຟ້າແມ່ນໃນລະດັບ 3% ແລະ ສະເລ່ຍໄລຍະເວລາການມອດໄຟ ຫຼື ການຕັດໄຟຂອງຄົວເຮືອນໜຶ່ງພຽງ 8 ນາທີຕໍ່ປີ ບົນພື້ນຖານທັກສະດ້ານເຕັກໂນໂລຊີເຫຼົ່ານີ້ ລັດວິສາຫະກິດໄຟຟ້າ ສ.ເກົາຫຼີ ກໍາລັງດໍາເນີນ 43 ໂຄງການ ໃນ 26 ປະເທດທົ່ວໂລກ, ໄຟຟ້າ         ສ.ເກົາຫຼີ ໄດ້ຖືກຈັດອັນດັບເຂົ້າໃນ 2.000 ວິສາຫະກິດສາກົນ ແລະ ຖືກຈັດອັນດັບດີທີ່ສຸດໃນຂະແໜງສາທາລະນູປະໂພກການໄຟຟ້າ ໂດຍວາລະສານໂຟເວດ 3 ປີຊ້ອນ.

ໃນໂອກາດດັ່ງກ່າວ ທ່ານຍັງເຊີນຊວນພາກລັດ, ນັກທຸລະກິດລາວ ລວມທັງສື່ມວນຊົນເຂົ້າຮ່ວມງານ BIXPO 2019 ຫຼື ງານວາງສະແດງຜະລິດຕະພັນເຄື່ອງໃຊ້ໄຟຟ້າ ໃນລະຫວ່າງວັນທີ 6 – 8 November 2019 ທີ່ Kimdaejung Convention Center Gwangju ສ.ເກົາຫຼີ.

[ ຂ່າວ: ພຸດຕີ້; ຮູບ: ວິລະສັກ ]