ສຳມະນາການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

167

ສຳມະນາການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິວັນທີ 2 ພຶດສາພາ 2019 ຜ່ານມາ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງສາກົນຂຶ້ນທີ່ ໂຮງແຮມ ແກຣນ ວຽງຈັນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ທ່ານ ສຈ. ດົງກີລີ ຈາກວິທະຍາໄລ ກົກມິນ ສ.ເກົາຫຼີ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄພວີ ສີບົວລິພາ ກ່າວວ່າ: ການຈັດຕັ້ງປະຕິບັດແກ້ໄຂຂໍ້ຂັດແຍ່ງສາກົນ ແມ່ນມີຄວາມສຳຄັນໃນຂະບວນການຄຸ້ມຄອງລັດ, ຄຸ້ມຄອງດ້ວຍກົດໝາຍໃນການພັດທະນາເສດຖະກິດ – ສັງຄົມໃຫ້ມີຄວາມສີວິໄລ ຍຸຕິທຳ ພ້ອມທັງສ້າງ ຄວາມເຊື່ອໝັ້ນ ແລະ ເຊື່ອຖືຂອງບຸກຄົນຕໍ່ກັບການນຳໃຊ້ກົດໝາຍ ເພື່ອເປັນທາງເລືອກໃນການແກ້ໄຂ, ປັບປຸງ, ຍົກສູງຄຸນນະພາບການແກ້ໄຂຂໍ້ຂັດແຍ່ງສາກົນໃຫ້ມີປະສິດທິຜົນ, ເຮັດແນວໃດໃຫ້ ລະບົບກົດໝາຍແກ້ໄຂຂໍ້ຂັດແຍ່ງສາກົນມີຄວາມເປັນເອກະລາດ, ມີ ຄວາມເພິ່ງພໍໃຈ ເຊື່ອຖືຂອງຄູ່ກໍລະນີ, ປະຕິບັດໄດ້ຢ່າງວ່ອງໄວ, ໂປ່ງໃສ ແລະ ສາມາດນຳໄປຜັນຂະຫຍາຍໃຫ້ເປັນຮູບປະທຳ.

ທ່ານ ດົງກີລີ ກ່າວວ່າ: ໃນກໍລະນີທີ່ມີຄຳຕັດສິນຈາກສານສາກົນ, ມາດຕາ 362 ຂອງກົດໝາຍພົນລະເຮືອນ ແຫ່ງ ສປປ ລາວ ໄດ້ກຳນົດວ່າ ສານຕັດສິນຂອງປະເທດສະມາຊິກທີ່ເປັນຄູ່ຮ່ວມໃນສົນທິສັນຍາສາກົນກ່ຽວກັບການບັງຄັບໃຊ້ຄຳຕັດສິນຕ່າງປະເທດ ເຊິ່ງ ສປປ ລາວ ເປັນປະເທດສະມາຊິກໃນສົນທິສັນຍາດັ່ງກ່າວ ໄດ້ມີຄຳຕັດສິນຈາກສານສາກົນ. ໃນເງື່ອນໄຂດັ່ງກ່າວ, ຜູ້ພິພາກສາສັນຊາດລາວຈະບໍ່ສາມາດຮັບອະນຸມັດຈາກການຕັດສິນຂອງສານສາກົນ ຖ້າສານສາກົນດັ່ງກ່າວບໍ່ມີສັນຍາສອງຝ່າຍ ຫຼື ສົນທິສັນຍາກັບ ສປປ ລາວ ເຊິ່ງສົ່ງຜົນໃຫ້ມີຄວາມຫຍຸ້ງຍາກໃນການແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດ. ໃນໄລຍະຜ່ານມາການຮ່ວມມືການຄ້າ ສ.ເກົາຫຼີ ແລະ ສປປ ລາວ ໄດ້ເພີ່ມຂຶ້ນໂດຍຕະຫຼອດມາ ແລະ ໄດ້ສົ່ງຜົນໃຫ້ມີຄວາມສ່ຽງເພີ່ມຂຶ້ນໃນການແລກປ່ຽນສິນຄ້າ ແລະ ແຮງງານ.

ກອງປະຊຸມໄດ້ເນັ້ນໃສ່ 4 ຫົວຂໍ້ຫຼັກ ເຊັ່ນ: ການຈັດຕັ້ງປະຕິບັດຄຳຕັດສິນທາງແພ່ງ ແລະ ຄຳຕັດສິນຂອງຄະນະກຳມະການ; ການຈັດຕັ້ງປະຕິບັດຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; ການຈັດຕັ້ງປະຕິບັດຄຳຕັດສິນທາງແພ່ງ ແລະ ຜົນຂອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ຕາມຄໍາຊີ້ຂາດຂອງສານປະຊາຊົນ ແລະ ລະບຽບການຕັດສິນຂອງສູນຕັດສິນ ເກົາຫຼີ ( KCAB ) ເຊິ່ງເວົ້າເຖິງບັນຫາການຮັບຮູ້ ແລະ ບັງຄັບໃຊ້ຄຳຕັດສິນຂອງສານໃນ ສປປ ລາວ ແລະ ສ.ເກົາຫຼີ ໂດຍອີງໃສ່ບັນດາກົດໝາຍທີ່ກ່ຽວຂ້ອງໃນ ສປປ ລາວ ເຊັ່ນ: ກົດໝາຍພົນລະເຮືອນ, ກົດໝາຍວ່າດ້ວຍການບັງຄັບໃຊ້ຄຳຕັດສິນ, ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ, ສົນທິສັນຍານິວຢອກ, ສົນທິສັນຍາຮ່ວມມື ລາວ – ຈີນ ແລະ ສົນທິສັນຍາຮ່ວມມື ລາວ – ຫວຽດນາມ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )