ເກີດເຫດ!! ຟ້າຜ່າງົວປະຊາຊົນຢູ່ເຂດຈຸດສຸມເມືອງວັງ ຕາຍພາບດຽວ 10 ໂຕ

139

ເຫດການຟ້າຜ່າງົວ ຢູ່ບ້ານເຮົາຍັງມີມາຕໍ່ເນື່ອງ ເຊິ່ງຫຼ້າສຸດໄດ້ເກີດຂຶ້ນທາງບ້ານນາຊູ ເຂດຈຸດສຸມເມືອງວັງ, ເມືອງ ວິລະບູລີ, ແຂວງສະຫວັນນະເຂດ ເຊິ່ງສ້າງຄວາມສູນເສຍໃຫ້ແກ່ເຈົ້າຂອງງົວຫຼາຍສິບລ້ານກີບ.

 

 

ອີງຕາມການລາຍງານຂອງ ເພຈ News Vilabouly ໄດ້ລາຍງານວ່າ: ປະຊາຊົນ ບ້ານນາຊູ ເຂດຈຸດສຸມເມືອງວັງ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ເຫດເກີດໃນວັນທີ 2 ພຶດສະພາ 2019 ເວລາ 15 ໂມງ ປາຍໆ ໄດ້ເກີດມີພາຍຸລະດູຮ້ອນພັດຜ່ານ ເກີດມີລົມແຮງ, ​ຝົນຕົກ,​ ຟ້າຮ້ອງ,​ ຟ້າເຫຼື້ອມ ແລະ ຮ້າຍແຮງກວ່ານັ້ນຄື ໄດ້ເກີດມີຟ້າຜ່າ ສັດລ້ຽງປະເພດ ງົວ ຂອງປະຊາຊົນ ສົ່ງຜົນເຮັດໃຫ້ສັດຕາຍ ຄາທີ່ ຈຳນວນ 10 ໂຕ ທີ່ບ້ານນາຊູ ເມືອງວິລະບູລີ. ໃນນັ້ນ, ມີ ງົວ ຂອງປະຊາຊົນ ບ້ານເລົ່າຫຼວງ ຈຳນວນ 6 ໂຕ,​ ມີ 1 ຄອບຄົວ ແລະ ບ້ານນາຊູມີ 4 ຄອບຄົວ, ທີ່ໄດ້ຮັບຄວາມເສຍຫາຍຄັ້ງນີ້ ໂຊກດີ ທີ່ພໍ່ແມ່ປະຊາຊົນບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.

 

ຟ້າຜ່າ ເປັນປະກົດການທຳມະຊາດ ທີ່ເກີດຂຶ້ນຈາກອິເລັກຕອນຈຳນວນຫຼາຍເຄື່ອນທີ່ໄປມາລະຫວ່າງເມກກັບເມກ ຫຼື ເມກກັບພື້ນໂລກ ມີພະລັງສູງຫຼາຍຈົນສາມາດທຳລາຍສິ່ງກີດຂວາງເຊັ່ນ: ຄົນ, ສັດ, ບ້ານເຮືອນ ຫຼື ສິ່ງປຸກສ້າງອື່ນໆ.

ເມື່ອມີຝົນຕົກການເກີດຟ້າຜ່າ ແມ່ນເຮົາບໍ່ສາມາດຄາດເດົາໄດ້ວ່າຈະເກີດເມື່ອໃດ ສະນັ້ນ, ຈິ່ງບໍ່ຄວນໄປລົບແດດ, ລົບຝົນຢູ່ກ້ອງຮົ່ມໄມ້ຕ່າງໆບໍ່ວ່າ ຄົນ ຫຼື ສັດ  ເພາະເມື່ອເກີດເຫດຟ້າຜ່າຂຶ້ນມາກະແສໄຟຟ້າຈະເຂົ້າຫາຈຸດສຳຜັດໂດຍກົງ ການທີ່ຄົນ ຫຼື ສັດ ຢືນຢູ່ກ້ອງຮົ່ມໄມ້ຈະເປັນໄລຍະໄກກໍ່ຕາມກະແສໄຟສາມາດແລ່ນລົງມາຕາມລຳຕົ້ນ ໄຫຼລົງມາໃສ່ພື້ນດິນ ແລະ ທຳລາຍຄົນ, ສັດ ທີ່ຢູ່ບໍລິເວນທີ່ກະແສໄຟແລ່ນຜ່ານ ນີ້ເປັນສາເຫດທີ່ມັກປະກົດເຫັນຄົນ, ສັດຖືກຟ້າຜ່າເວລາຢູ່ໃກ້ຕົ້ນໄມ້.

 

 

 

ຂໍ້ມູນ: News Vilabouly