ເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ການຜະລິດລະດູແລ້ງ ຢູ່ເມືອງສອງຄອນ ແລະ ເມືອງຊົນນະບູລີ

124

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງໄປເບິ່ງການສ້ອມແປງລະບົບຈັກສູບນ້ຳ ເຂດໂຄງການຊົນລະປະທານລະຫານ້ຳ 1 ແລະ ການສ້ອມແປງຄອງຊົນລະປະທານຂອງປະຊາຊົນ ເຂດໂຄງການດົງສະຫວ່າງ ເມືອງສອງຄອນ ໂດຍມີ ທ່ານ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ພ້ອມຄະນະ ຮ່ວມຕິດຕາມເມື່ອທ້າຍອາທິດຜ່ານມາ.

ທ່ານ ທະວີສຸກ ໂພທິຈັກ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງສອງຄອນ ລາຍງານວ່າ: ທົ່ວເມືອງມີເນື້ອທີ່ແຜນປູກເຂົ້ານາແຊງໃຫ້ໄດ້ 4.300 ເຮັກຕາ ເຊິ່ງຕ້ອງການແນວພັນ 300 ກວ່າໂຕນ. ໃນນັ້ນ, ນາຫວ່ານ 60% ປັດຈຸບັນຊາວນາຕົກກ້າໄດ້ 35%; ສຳລັບພືດລະດູແລ້ງມີແຜນປູກໃຫ້ໄດ້ 2.900 ເຮັກຕາ ສ່ວນຫຼາຍແມ່ນໝາກໂມ, ສາລີ ລຽບຕາມແຄມເຊ, ມັນຕົ້ນ, ຄາມ, ຝ້າຍ ແລະ ພືດຜັກຕ່າງໆ.

ອັນທີ່ພົ້ນເດັ່ນກໍແມ່ນຄວາມຕື່ນຕົວຂອງຊາວນາ ເຂດໂຄງການຊົນລະປະທານດົງສະ ຫວ່າງ ທີ່ມີການສ້ອມແປງຄອງເໝືອງເພື່ອເອົານ້ຳໄປຫົດເນື້ອທີ່ນາແຊງໃຫ້ທັນກັບລະດູການປີນີ້.

ທ່ານ ບຸນເລີດ ສີຫາໝຸດ ຮອງນາຍບ້ານດົງສະຫວ່າງ ໃຫ້ສຳພາດຕໍ່ຜູ້ສື່ຂ່າວວ່າ: ຊາວນາໃນ 3 ບ້ານ ລວມມີບ້ານດົງສະຫວ່າງ, ບ້ານສອງຄອນ ແລະ ບ້ານວິໄຊສົງ ໄດ້ພ້ອມກັນສ້ອມແປງຄອງຊົນລະປະທານດ້ວຍເຫື່ອແຮງຂອງປະຊາຊົນ ເພື່ອນຳເອົານ້ຳໄປຫົດເນື້ອທີ່ນາແຊງໃຫ້ໄດ້ 100 ເຮັກຕາ. ໃນນັ້ນ, ແມ່ນໄດ້ຂຸດຄອງເໝືອງແມ່ ຍາວ 300 ແມັດ ມູນຄ່າ 8 ລ້ານກີບ. ພ້ອມນັ້ນ, ກໍຍັງມີຄອງນ້ອຍ 9 ເສັ້ນ ເສັ້ນລະ 500 ແມັດ ແລະ ທາງສຳລັບລົດໄຖນາທຽວໄດ້ 1 ເສັ້ນ ຍາວ 650 ແມັດ, ຕໍ່ທໍ່ 72 ທໍ່ ຍາວ 348 ແມັດ ຄາດວ່າພາຍໃນສອງອາທິດຈະສາມາດປະຕິບັດໄດ້ 100% ຂອງເນື້ອທີ່ 100 ເຮັກຕາ.

ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມຫ້າວຫັນຕື່ນຕົວຂອງຊາວກະສິກອນທົ່ວເມືອງສອງຄອນ ໂດຍສະເພາະກໍແມ່ນປະຊາຊົນບ້ານດົງສະຫວ່າງ ທີ່ບໍ່ລໍຖ້າແຕ່ການຊ່ວຍເຫຼືອຂອງພາກລັດ ພ້ອມກັນສ້ອມແປງຄອງຊົນລະປະທານ ເພື່ອຕ້ອງການນຳໃຊ້ນ້ຳຫົດເນື້ອທີ່ນາແຊງໃຫ້ຖ່ວງທັນຕາມລະດູການ. ດັ່ງນັ້ນ, ພາກລັດກໍຄວນອຳນວຍຄວາມສະດວກຕື່ມເຮັດແນວໃດເພື່ອເຮັດໃຫ້ນ້ຳໄຫຼຕາມຄອງດິນໄປຫາເນື້ອທີ່ນາຂອງປະຊາຊົນໂດຍໄວ ແລະ ບໍ່ເສຍຫາຍໄປນຳດິນຫຼາຍເກີນໄປ, ຊຸກຍູ້ສົ່ງເສີມປະຊາຊົນຜະລິດລະດູແລ້ງປີນີ້ໃຫ້ທັນຕາມລະດູການ.

ໃນເວລາຕໍ່ມາທ່ານເຈົ້າແຂວງພ້ອມຄະນະ ກໍໄດ້ໄປຢ້ຽມຢາມການຜະລິດລະດູແລ້ງຂອງປະຊາຊົນ ເຂດເມືອງຊົນນະບູລີ. ຄະນະຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວເມືອງມີແຜນປູກເຂົ້ານາແຊງໃນເນື້ອທີ່ 3.250 ເຮັກຕາ, ປັດຈຸບັນໄດ້ຮັບແນວພັນເຂົ້າຊ່ວຍເຫຼືອ 40 ໂຕນ ຄາດວ່າປະຊາຊົນຈະຜະລິດໄດ້ເກີນແຜນທີ່ວາງໄວ້ ເພາະໃນລະດູແລ້ງປີນີ້ຊາວນາຫ້າວຫັນໃສ່ການຜະລິດ ສະແດງອອກຢູ່ບ່ອນວ່າຕາມເນື້ອທີ່ແຜນຕົວຈິງຊາວນາເຮັດນາຫວ່ານ ກວມ 70% ແລະ ຕົກກ້າໄດ້ແລ້ວ 90% ແລະ ປັກດຳຕົວຈິງໄດ້ 50%.

ນອກນັ້ນ, ກໍມີແຜນປູກພືດລະດູແລ້ງໃຫ້ໄດ້ 1.545 ເຮັກຕາ ສ່ວນຫຼາຍແມ່ນປູກສາລີລຽບຕາມແຄມນ້ຳເຊຊັງຊອຍ ແລະ ພືດຜັກຕ່າງໆຕາມຫ້ວຍຮ່ອງຄອງບຶງ.