ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 52 ຈະຮັບຮອງ 9 ເອກະສານ

260

ກອງປະຊຸມທາງໄກຂອງລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 52 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ເຊິ່ງມີ 21 ກອງປະຊຸມປິ່ນອ້ອມ ຄາດວ່າຈະໄດ້ຮັບຮອງເອົາ 9 ເອກະສານສໍາຄັນ ເພື່ອຂັບເຄື່ອນເສດຖະກິດໃຫ້ມີການຂະຫຍາຍຕົວໃນສະພາບທີ່ຫຼາຍຝ່າຍ ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ – 19.


ໃນວັນທີ 25 ສິງຫາ 2020 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 52 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງເລີ່ມແຕ່ວັນທີ 24 ສິງຫາ ໄປຈົນເຖິງວັນທີ 29 ສິງຫາ 2020 ໂດຍໃນຄັ້ງນີ້ຈະມີກອງປະຊຸມປິ່ນອ້ອມ 21 ກອງປະຊຸມ ເຊິ່ງປະກອບດ້ວຍກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 34, ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 23, ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 52, ກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ( RCEP ), ກອງປະຊຸມປຶກສາຫາລືລະຫວ່າງລັດຖະ ມົນຕີເສດຖະກິດອາຊຽນ ແລະ ຄູ່ຮ່ວມເຈລະຈາ ເຊັ່ນ: ສປ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ຮົງກົງ, ອິນເດຍ, ອົສຕຣາລີ – ນູແວນເຊລັງ, ອີຢູ, ການາດາ, ຣັດເຊຍ, ອາເມຣິກາ. ນອກນັ້ນ, ຍັງມີກອງປະຊຸມລະ ຫວ່າງລັດຖະມົນຕີເສດຖະກິດອາຊຽນ ກັບ ສະພາທີ່ປຶກສາທຸລະກິດອາຊຽນ ແລະ ອື່ນໆ.

ກອງປະຊຸມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ເຈິນ ຕ່ວນ ແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ສສ ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ໃນປີ 2020 ເຊິ່ງກອງປະຊຸມຈະໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການດ້ານເສດຖະກິດໃນພາກພື້ນ ແລະ ສາກົນ ໂດຍສະເພາະຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ໄດ້ສຸມໃສ່ການປຶກສາຫາລືກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ຍັງສືບຕໍ່ຂະຫຍາຍຕົວໃນວົງກວ້າງ ແລະ ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດ – ສັງຄົມຂອງຫຼາຍປະເທດລວມທັງພາກພື້ນອາຊຽນ.


ບັນດາລັດຖະມົນຕີເສດຖະກິດອາຊຽນໄດ້ໃຫ້ຄວາມສໍາຄັນໃນການປຶກສາຫາລື ກ່ຽວກັບການສືບຕໍ່ຮັກສາການເປີດຕະຫຼາດການຄ້າ ແລະ ການລົງທຶນໃນພາກພື້ນ ເພື່ອຮັບປະກັບຄວາມຕໍ່ເນື່ອງຂອງຕ່ອງໂສ້ການສະໜອງ ໂດຍສະເພາະສິນຄ້າທີ່ຈໍາເປັນ ເຊັ່ນ: ອາຫານ, ຢາປົວພະຍາດ ແລະ ອຸປະກອນການແພດ ແລະ ບໍ່ສ້າງບັນດາມາດຕະການທີ່ເປັນອຸປະສັກຕໍ່ການຄ້າ – ການລົງທຶນ ເຊິ່ງບັນດາມາດຕະການເຫຼົ່ານີ້ແມ່ນຮຽກຮ້ອງໃຫ້ມີການຮ່ວມມື ແລະ ເປັນເຈົ້າການຮ່ວມກັນທຸກພາກສ່ວນ ທັງພາກລັດ ແລະ ພາກທຸ ລະກິດ ເພື່ອພ້ອມກັນຮັບມືກັບສະພາບວິກິດການໃນປັດຈຸບັນ.


ໃນກອງປະຊຸມຄັ້ງນີ້ ລັດຖະມົນຕີເສດຖະກິດອາຊຽນ ຈະໄດ້ຮັບຮອງເອົາ 9 ເອກະສານ ເປັນຕົ້ນແຜນວຽກບຸລິມະສິດພາຍໃຕ້ເສົາຄໍ້າເສດຖະກິດທີ່ສະເໜີໂດຍຫວຽດນາມ ໃນນາມປະທານອາຊຽນປີ 2020, ແຜນປະຕິບັດງານອາຊຽນບວກສາມ ວ່າດ້ວຍການຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດໂຄວິດ – 19 ແລະ ບົດລາຍງານການທົບທວນສະພາບການລົງທຶນໃນອາຊຽນ ປີ 2020.


ພິເສດໃນຖານະປະທານໝູນວຽນກອງປະຊຸມລັດຖະມົນຕີເສດຖະກິດ CLMV ປີ 2020 ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ໄດ້ນໍາພາກອງປະຊຸມລັດຖະມົນຕີ ເສດຖະກິດປະເທດກໍາປູເຈຍ – ສປປ ລາວ – ມຽນມາ – ຫວຽດນາມ ( CLMV ) ຄັ້ງທີ 12 ສໍາເລັດລົງຢ່າງຈົບງາມ ໃນວັນທີ 24 ສິງຫາ 2020 ທີ່ຜ່ານມາ.
ໃນກອງປະຊຸມດັ່ງກ່າວໄດ້ຮັບຮອງເອົາບັນດາແຜນວຽກພາຍໃຕ້ແຜນປະຕິບັດງານ CLMV ປີ 2021 – 2022 ແລະ ໄດ້ມອບໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງສືບຕໍ່ສ້າງແຜນວຽກ ເພື່ອຜັນຂະຫຍາຍຂອບວຽກເພື່ອການພັດທະນາປະເທດ CLMV ໃນຕໍ່ໜ້າ.