ນຶກເຖິງລົດສະປອດແບບຄອບຄົວຕ້ອງ ມິດຊູບີຊິ ປາເຈໂລສະປອດ

126

ຈະຊື້ລົດໃຫຍ່ມາຂີ່ທັງທີປັດໄຈຫຼັກໃນການຕັດສິນໃຈຊື້ລົດຂອງລູກຄ້າແມ່ນສົມທຽບລາຄາ, ຮອງລົງມາຈະເບິ່ງຄຸນນະພາບຂອງລົດ. ສະນັ້ນ, ການເລືອກຊື້ລົດມິດຊູບີຊິ ແມ່ນກຸ້ມຄ່າ, ຖືກໃຈບໍ່ວ່າຈະເປັນລາຄາ, ອັອບຊັນຂອງລົດ, ຄຸນນະພາບການໃຊ້ງານ ແລະ ການອອກແບບກໍໂດດເດັ່ນ.

1 ການອອກແບບທີ່ໂດດເດັ່ນເປັນເອກະລັກ.

ໄຟໜ້າໂປເຈັກເຕີແບບ Bi – LED ພ້ອມລະບົບປັບລຳແສງອັດຕະໂນມັດ ແລະ ໄຟສ່ອງສະຫວ່າງເວລາກາງເວັນແບບ Spectrum LED ອອກແບບຫຼູຫຼາ.

ໄຟທ້າຍແບບ Spectrum LED ທີ່ມາພ້ອມກັບເສັ້ນສາຍທີ່ສວຍງາມ ແລະ ໄຟເບຣກ LED.

ລະບົບຄວບຄຸມການເປີດໄຟໜ້າ ແລະ ລະບົບປັດນ້ຳຝົນອັດຕະໂນມັດໃຫ້ຄວາມສະດວກສະບາຍໃນການຂັບຂີ່ຍິ່ງຂຶ້ນ.

ລໍ້ແມັກຂະໜາດ 18 ນິ້ວ ອອກແບບໃໝ່ທູໂທນ ( ສອງສີຕັດກັນ ສີຂາວ ແລະ ດຳ ) ລະບົບເບຣກລໍ້ທັງ 4 ໃຊ້ດິສສະເບຣກ ເຊິ່ງໄດ້ປຽບຄູ່ແຂ່ງ.

ຮາວຫຼັງຄາສີເງິນອອກແບບໃໝ່ໃຫ້ກະທັດຮັດກັບ ຫຼັງຄາລົດໄດ້ຢ່າງສວຍງາມ, ແວ່ນຂ້າງແບບໂຄມ້ຽມພ້ອມໄຟລ້ຽວສາມາດປັດ ແລະ ພັບດ້ວຍລະບົບໄຟຟ້າ.

2 ປະສິດທິພາບຂອງເຄື່ອງຈັກ.

ນຳໃຊ້ເຄື່ອງຈັກກາຊວນ ຄອມມອນເຣວ 2,4 ລິດ 181 ແຮງມ້າທີ່ມາພ້ອມເຊື້ອສູບ ແລະ ຝາສູບອາລູມີນ້ຽມ ອັລລອຍ ເຊິ່ງມີນ້ຳໜັກເບົາ, ທົນທານ, ແຂງແກ່ນ ແລະ ລະບາຍຄວາມຮ້ອນໄດ້ດີ, ລະບົບວາວແປຜັນ MIVEC ຊ່ວຍໃຫ້ເຄື່ອງຈັກມີແຮງບິດດີຂຶ້ນໃນຮອບຕໍ່າ ເຮັດໃຫ້ເຄື່ອງຈັກມີອັດຕາເລັ່ງໄດ້ດີໃຫ້ການເຜົາໄໝ້ໄດ້ໝົດ, ຫຼຸດມົນລະພິດ ແລະ ຮັກສາສິ່ງແວດລ້ອມ, ເພີ່ມແຮງມ້າຂຶ້ນດ້ວຍຂຸມພະລັງຂອງ VG Turbo ແລະ ອິນເຕີຄູເລີ ເຊິ່ງເຮັດໃຫ້ເຄື່ອງຈັກມີກຳລັງສູງທັງໃນຮອບປານກາງ ແລະ ຮອບສູງຕອບສະໜອງທັນໃຈຊ່ວຍໃຫ້ການຂັບຂີ່ມີຄວາມເພີດເພີນຍິ່ງຂຶ້ນ.

ລະບົບເກຍໃໝ່ຫຼ້າສຸດທີ່ມີອັດຕາທົດເຖິງ 8 ສະປີດ ພ້ອມລະບົບຄວບຄຸມການປ່ຽນເກຍແບບໄຟຟ້າ ຊ່ວຍໃຫ້ທຸກການປ່ຽນເກຍເປັນໄປຢ່າງນຸ່ມນວນ ເຮັດວຽກຄວບຄູ່ກັບລະບົບ INC ທີ່ຊ່ວຍຄວບຄຸມ ແລະ ຕັດລະບົບສົ່ງກຳລັງໄປຫາເພົາຂັບອັດຕະໂນມັດໃນຂະນະລົດຢຸດນິ້ງ ແລະ ຢຽບເບຣກໃນຕໍາແໜ່ງເກຍ D ຊ່ວຍຫຼຸດພາວະການເຮັດງານຂອງເຄື່ອງຈັກສົ່ງຜົນໃຫ້ປະຢັດນ້ຳມັນໃນທຸກການຂັບຂີ່.

3 ຄວາມສະດວກສະບາຍທີ່ມາພ້ອມກັບຄວາມຫຼູຫຼາ.

ປຸ່ມກົດເບຣກມືໄຟຟ້າ, ພວງມາໄລ ປັບໄດ້ 4 ທິດທາງ ມາພ້ອມປຸ່ມກົດຢູ່ພວງມາໄລເລີຍ, ຊ່ອງຈ່າຍໄຟສຳລັບຜູ້ໂດຍສານດ້ານຫຼັງ, ລະບົບສັນຍານເຕືອນຈຸດອັບສາຍຕາ, ຈໍພາບພ້ອມເຄື່ອງຫຼິ້ນ DVD ຫູຟັງອິນຟາເລດ ສຳລັບຜູ້ໂດຍສານດ້ານຫຼັງ, ແຜງຄວບຄຸມລະບົບປັບອາກາດດ້ານຫຼັງແບບແຍກ ພ້ອມຊ່ອງແອສຳລັບຜູ້ໂດຍສານແຖວທີ 2 ແລະ ແຖວທີ 3.