ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ໃນກົດໝາຍກີລາ

674

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ມີດັ່ງນີ້:

+ພາກທີ IX ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
+ມາດຕາ 108 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ
-ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດຫມາຍ ສະບັບນີ້ ຈະ ໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ.

+ມາດຕາ 109 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດຫມາຍສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຊຶ່ງ ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ສິດ ແລະ ຜົນປະ ໂຫຍດອັນຊອບທໍາຂອງພົນລະເມືອງ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃຫມ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ຖືກລົງໂທດທາງ ອາຍາ ຕາມແຕ່ລະກໍລະນີເບົາ ຫຼື ຫນັກ.

+ມາດຕາ 110 (ໃຫມ່) ມາດຕະການທາງອາຍາ ຕໍ່ການລົ້ມກີລາ
ການລົ້ມກີລາ ແມ່ນ ການຕົກລົງກັນໄວ້ລ່ວງຫນ້າກ່ຽວກັບຜົນ ຂອງການແຂ່ງຂັນ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຜົນປະໂຫຍດຂອງບຸກຄົນ ຫຼື ກຸ່ມຄົນໃດຫນຶ່ງ ລວມມີ ນັກກີລາ, ຄູຝຶກ, ກໍາມະການ ຕັດສິນ ແລະ ບຸກຄົນອື່ນ ຊຶ່ງເປັນການທໍາລາຍກຽດສັກສີ, ຊື່ສຽງຂອງວົງການກີລາ ແລະ ປະເທດຊາດ.
-ບຸກຄົນ, ນິຕິບຸກຄົນໃດ ໂດຍເຈດຕະນາ ຫາກໄດ້ສະເຫນີໃຫ້, ເອົາໃຫ້ ຫຼື ສັນຍາວ່າຈະໃຫ້, ຮັບເອົາ, ທວງເອົາ, ຂໍເອົາ ຫຼື ຕົກລົງຮັບເອົາ ເງິນ, ຊັບສິ່ງຂອງ ຫຼື ຜົນປະໂຫຍດໃດຫນຶ່ງ ໂດຍທາງກົງ ຫຼື ທາງ ອ້ອມ ເພື່ອລົ້ມກີລາ ຕາມທີ່ໄດ້ກໍານົດໄວ້ໃນວັກທີຫນຶ່ງຂອງມາດຕານີ້ ກໍຈະຖືວ່າເປັນການກະທໍາຜິດທາງອາຍາ ໃນສະຖານການໃຫ້ສິນບົນ ຫຼື ການຮັບສິນບົນ ແລະ ຈະຖືກລົງໂທດ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດ