ແຈ້ງຂ່າວມໍລະນະກຳ ຜູ້ເສຍຊີວິດຈາກເຫດການເຮືອຫຼົ້ມ

470

ຄະນະບໍລິຫານສູນກາງພັກ, ລັດຖະບານ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການສູນກາງພັກ, ອົງການປົກຄອງແຂວງວຽງຈັນ, ຄະນະຊາປະນະກິດສົບ ພ້ອມດ້ວຍຄອບຄົວ ໄຊຍະສອນ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈ ມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍທີ່ຢູ່ໃກ້ ແລະ ໄກ ຊາບທົ່ວເຖິງກັນວ່າ:


ສະຫາຍ ວິດົງ ໄຊຍະສອນ, ອະດີດກຳມະການສູນກາງພັກ ສະໄໝທີ X , ອະດີດເລຂາພັກແຂວງເຈົ້າແຂວງໆວຽງຈັນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ສະຫາຍ ນາງ ແກ້ວສາຍໃຈ ໄຊຍະສອນ ພັນລະຍາຂອງ ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດແຫ່ງ ສປປ ລາວ ແລະ ລູກຫຼານໄດ້ເສຍຊີວິດດ້ວຍອຸປະຕິເຫດທາງນ້ຳ ໃນຕອນເຊົ້າຂອງວັນທີ 4 ເມສາ 2021.


ເພື່ອຈາລຶກຄຸນງາມຄວາມດີຂອງບັນດາສະຫາຍທີ່ໄດ້ອຸທິດແກ່ປະເທດຊາດ, ດ້ວຍຄວາມອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປຂອງບັນດາສະຫາຍ ເຊິ່ງເປັນໜຶ່ງໃນບັນດາການນຳຂັ້ນສູງຂອງພັກ-ລັດ, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການສູນກາງພັກ, ຄະນະຊາປະນະກິດສົບ, ພ້ອມດ້ວຍຄອບຄົວ ໄຊຍະສອນ ໄດ້ຕົກລົງໄຫວ້ອາໄລຢ່າງເປັນທາງການ ເປັນເວລາ 4 ວັນ ນັບແຕ່ວັນທີ 5-8 ເມສາ 2021.

ປະຈຸບັນສົບຂອງພວກເພີ່ນໄດ້ບຳເພັນກຸສົນໄວ້ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ (ໂພນເຄັງ) ພິທີວາງພວງມາລາຢ່າງເປັນທາງການແມ່ນເລີ່ມວັນທີ 6-7 ເມສາ 2021 ຕາມເວລາທາງລັດຖະການ.
ວັນຊາປະນະກິດສົບຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 8 ເມສາ 2021 ເວລາ 13 ໂມງ 00 ທີ່ວັດເທບນິມິດ (ທາດຝຸ່ນ).


ດັ່ງນັ້ນ, ຈຶ່ງແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະນັກງານ, ລັດຖະກອນ, ປະຊາຊົນບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ຍາດພີ່ນ້ອງທີ່ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນ.