ເພີ່ມສານຕ້ານອະນຸມູນອິດສະຫຼະດ້ວຍນ້ຳໝາກພິລາ

124

ໝາກພິລາ ເປັນໝາກໄມ້ທີ່ມີລົດຊາດຫວານ ຫຼື ຫວານປົນສົ້ມ, ເປັນໝາກໄມ້ທີ່ມີຄຸນປະໂຫຍດຕໍ່ສຸຂະພາບ ແລະ ຮ່າງກາຍ, ນ້ຳໝາກພິລາມີວິຕາມິນ ຊີ ສູງ ແລະ ມີເກືອແຮ່ທີ່ເປັນປະໂຫຍດຕໍ່ຮ່າງກາຍພາຍໃນ ເຊິ່ງເໝາະສົມແກ່ການດື່ມ ເພື່ອເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍທີ່ສຸດ.

ສ່ວນປະສົມ: ໝາກພິລາ 2 ໜ່ວຍໃຫຍ່, ນ້ຳຕົ້ມສຸກ 2 ຈອກ, ນ້ຳເຊື່ອມ 2 – 5 ບ່ວງແກງ, ນ້ຳໝາກນາວ 3 ບ່ວງແກງ, ໃບມິ້ນ ຫຼື ຫອມຫໍ້ 5 – 10 ຍອດ, ນ້ຳກ້ອນຕາມໃຈມັກ.

ວິທີປຸງແຕ່ງ:

ແກະເອົາແຕ່ແກ່ນໝາກພິລາໃສ່ຖ້ວຍກຽມໄວ້ ແລະ ໃຊ້ຜ້າຂາວບາງສະອາດຄັ້ນເອົານ້ຳມັນອອກມາໃຫ້ໝົດ ( ຖ້າກໍລະນີບໍ່ໃຊ້ຜ້າກໍຄັ້ນນ້ຳດ້ວຍແນວຕອງ ຫຼື ເຄື່ອງສະກັດນ້ຳໝາກໄມ້ກໍໄດ້ ) ສ່ວນໃບມິ້ນແມ່ນເອົາໃສ່ເຄື່ອງປັ່ນພ້ອມນ້ຳດື່ມ 2 ບ່ວງແກງ ແລະ ປັ່ນໃຫ້ ລະອຽດແລ້ວຕອງເອົາແຕ່ນໍ້າມາໃຊ້.

ເມື່ອຮຽບຮ້ອຍເອົາໃສ່ໂຖນຳມາປະສົມກັບນ້ຳໝາກນາວ, ນ້ຳໃບມິ້ນ, ນ້ຳຕົ້ມ ແລະ ນ້ຳເຊື່ອມຄົນໃຫ້ເຂົ້າກັນຊີມລົດຊາດໃຫ້ອອກສົ້ມຫວານ. ຈາກນັ້ນ, ເອົານ້ຳກ້ອນໃສ່ຈອກແລ້ວຖອກນ້ຳໝາກພິລາລົງຕົກແຕ່ງໃບມິ້ນ ແລະ ຝານໝາກນາວໃສ່ໃນຈອກພ້ອມເສີບຄວາມສົດຊື່ນໄດ້ເລີຍ.

ຂໍ້ມູນຈາກ: health.kapook.com, ຮຽບຮຽງ: ນຸ້ມນິ້ມ