ປັນຈັກສີລັດລາວ ຄວ້າ 2 ຫຼຽນທອງ ໃນລາຍການຊີງແຊັມໂລກຫາດຊາຍ ຄັ້ງທີ 1 ຍັງມີລຸ້ນອີກຫຼາຍຮຸ່ນ

196

ທັບນັກກີລາມວຍປັນຈັກສີລັດທີມຊາດລາວ ເຂົ້າຮ່ວມແຂ່ງຂັນຊີງແຊັມໂລກມວຍປັນຈັກສີລັດ ຫາດຊາຍ ຄັ້ງທີ 1 ທີ່ແຂວງ ພູເກັດ ປະເທດໄທ ໂດຍໃນວັນທີ 2 ຕຸລາ 2019 ເປັນການແຂ່ງຂັນມື້ທໍາອິດ.

ຕາມການລາຍງານໃນເຟສບຸກຂອງ ທ່ານ ທິບພົງພັດ ມະນີວົງ ຄະນະຂອງ ທັບນັກກີລາປັດຈັກສີລັດລາວ ລາຍງານຈາກປະເທດໄທວ່າ: ມື້ທໍາອິດທັບນັກກີລາປັນຈັກສີລັດລາວ ສາມາດຍາດໄດ້ 2 ຫຼຽນທອງຈາກ ທ້າວ ສຸກສະຫວັນ ຈັນທິລາດ ປະເພດຟ້ອນດ່ຽວ ແລະ ອີກ 1 ຫຼຽນທອງໄດ້ຈາກປະເພດຟ້ອນຄູ່ ທ້າວ ສຸກສະຫວັນ ຈັນທິລາດ ກັບ ສິບໂທ ທະນະພົນ ສິມພິລາວົງ.

ນອກນີ້ພວກເຮົາຍັງມີປະເພດຕໍ່ສູ້ ອີກ 4 ລຸ້ນທີ່ຈະຊີງຫລຽນເງິນຕໍ່ໄປຄື: ຮຸ່ນ 50Kg ຍິງ ພົບກັບ ນັກກິລາຈາກປະເທດ ອິນເດຍ, 60Kg ຊາຍ ພົບກັບ ນັກກິລາຈາກ ປະເທດ ອິນເດຍ, 55kg ຊາຍ ພົບກັບ ນັກກິລາຈາກປະເທດຫວຽດນາມ ແລະ 60 Kg ຍິງ ພົບກັບ ນັກກິລາຈາກປະເທດ ສິງກະໂປ.

/

ຂໍ້ມູນຈາກ: ອາຈານ ທິບພົງພັດ ລາຍງານຈາກປະເທດໄທ