ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້

153

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້(5 ມິຖຸນາ 2019) ທີ່ຫໍປະຊຸມສະພາແຫ່ງຊາດໂດຍມີການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. ມີບັນດາການນໍາພັກ-ລັດຜູ້ອື່ນໆພອ້ມດ້ວຍບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.

ໃນພາກເຊົ້າ ທ່ານນາຍົກລັດຖະມົນຕີ ຈະຂຶ້ນລາຍງານການຈັດຕັ້ງແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4ເດືອນ,ຄາດຄະເນ6ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ແລະ ຮັບຟັງຜົນການປະຕິບັດ ປີທ່ອງທ່ຽວລາວ-ຈີນ2019.
ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອອາທິດຜ່ານມາວ່າ: ກອງປະຊຸມດັ່ງກ່າວຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້:

1.ບົດລາຍງານຂອງລັດຖະບານກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ນັບແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII.
2.ບົດລາຍງານຂອງລັດຖະບານ ກ່ຽວກັບຜົນການປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 099/ສພຊ ແລະ ເລກທີ 100/ ສພຊ ລົງວັນທີ 28 ພະຈິກ 2018.
3. ພິຈາລະນາ, ຮັບຮອງບົດລາຍງານ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ – ສັງຄົມໃນແຕ່ລະໄລຍະ ໂດຍສະເພາະການສ້າງຊັບພະຍາກອນມະນຸດໃຫ້ໄປຕາມຂະແໜງການບຸລິມະສິດ ເປັນຕົ້ນວິຊາການສະເພາະດ້ານໃນສາຂາວິຊາກະສິກໍາ, ຄູ ແລະ ພະຍາບານ ເພື່ອສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກ.

4. ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 080/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.
5.ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 081/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍວຽກງານທ່ອງທ່ຽວ ຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ – ຈີນ ປີ 2019.
6. ພິຈາລະນາ, ຮັບຮອງເອົາການຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ປະກອບມີ 2 ກະຊວງ ຄື: (1). ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊີ້ແຈງກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊ້ຳຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ;   (2). ກະຊວງກະສິກໍາ ແລະ ປ່າໄມ້ ຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 014/ສພຊ ລົງວັນທີ 24 ພະຈິກ 2016 ແລະ ບັນດາມະຕິຂອງຄະນະ ປະຈໍາສະພາແຫ່ງຊາດ ກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນ ທີ່ຕິດພັນກັບການນຳໃຊ້ງົບປະມານຈາກໂຄງການພັດທະນາໄຟຟ້າ – ບໍ່ແຮ່ ແລະ ທຶນຊ່ວຍເຫຼືອຈາກຕ່າງປະເທດ.

7.ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ – ສອບສວນ ຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6 ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ
8.ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ ໃນລະຫວ່າງກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII.

9.ວຽກງານການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ. ໃນນັ້ນ, ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍສ້າງໃໝ່ 5 ສະບັບ ຄື: (1). ຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້; (2). ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້; (3). ຮ່າງກົດໝາຍວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນ; (4). ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ; (5). ຮ່າງກົດໝາຍວ່າດ້ວຍເອກະສານ ແລະ ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍປັບປຸງ 5 ສະບັບ ຄື: (1). ຮ່າງກົດໝາຍວ່າດ້ວຍທີ່ດິນ; (2). ຮ່າງກົດໝາຍວ່າດ້ວຍປ່າໄມ້; (3). ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ; (4). ຮ່າງກົດໝາຍວ່າດ້ວຍຄ່າທໍານຽມສານ; (5). ຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ

ທ່ານ ນາງ ສວນສະຫວັນ ວິຍະເກດ ໃນນາມຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຂໍເຊີນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງນີ້. ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມນີ້: ໂທລະສັບບໍ່ເສຍຄ່າ ໝາຍເລກ: 156, ໂທລະສານໝາຍເລກ: 021 413528, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ແລະ ສົ່ງອີເມລ: na_session@na.gov.la.