ຫວ້ານຫາງແຂ້ ຊ່ວຍແກ້ບັນຫາສຸຂະພາບໄດ້ຫຼາຍກວ່າທີ່ຄິດ

324

ຫວ້ານຫາງແຂ້ເປັນຢາພື້ນເມືອງລາວ ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຄືຢາພື້ນເມືອງຊະນິດອື່ນ ເພາະມີຄຸນສົມບັດຫຼາຍດ້ານທີ່ສາມາດນຳມາໃຊ້ທັງບຳລຸງ ແລະ ປິ່ນປົວຜິວໜັງ ລວມທັງສາມາດຮັບປະທານເປັນຢາບຳບັດອາການພາຍໃນຮ່າງກາຍໄດ້ດ້ວຍ.

ສັບພະຄຸນຫວ້ານຫາງແຂ້ ເພື່ອແກ້ບັນຫາສຸຂະພາບ:

ໃຊ້ກິນເປັນຢາຖ່າຍ: ໃຜທີ່ມີບັນຫາຖ່າຍບໍ່ອອກ ຫຼື ຖ່າຍລຳບາກ ເນື່ອງຈາກລະບົບຂັບຖ່າຍມີບັນຫາສາມາດກິນ ຫວ້ານຫາງແຂ້ແທນຢາຖ່າຍໂດຍຕັດເອົາຫວ້ານຫາງແຂ້ພັນທີ່ໃບໃຫຍ່ ແລະ ມີນ້ຳຢາງສີເຫຼືອງໃນປະລິມານຫຼາຍ ເຊິ່ງສັງເກດຈາກຕົ້ນຫວ້ານຫາງແຂ້ທີ່ມີອາຍຸປະມານ 9 ເດືອນຂຶ້ນໄປ. ຈາກນັ້ນ, ເອົານ້ຳຢາງທີ່ໄຫຼມາຈາກໃບໄປຂ້ຽວໃຫ້ຂຸ້ນແລ້ວນຳມາເທລົງໃສ່ພິມຂະໜາດນ້ອຍເພື່ອໃຫ້ກາຍເປັນກ້ອນແຂງໆ ແລະ ນຳມາກິນເປັນຢາ ເຊິ່ງຈະມີລັກສະນະສີແດງອົມນ້ຳຕານຈົນເຖິງສີດຳ ຫຼື ຈະເອີ້ນວ່າຢາດຳກໍໄດ້. ວິທີກິນແມ່ນປະມານ 0,25 ກຣາມ ( 250 ມິນລີກຣາມ ) ເຊິ່ງເປັນຂະໜາດເໝາະສົມກັບການກິນເປັນຢາຖ່າຍ.

ປິ່ນປົວກະເພາະ ແລະ ລຳໄສ້ອັກເສບ: ໃຫ້ປອກເປືອກຫວ້ານຫາງແຂ້ອອກນຳເອົາວຸ້ນໃສໆໄປລ້າງນ້ຳຈົນສະອາດ ແລ້ວຊອຍເປັນຕ່ອນນ້ອຍໆກິນມື້ລະ 2 ເທື່ອ ເທື່ອລະ 2 ບ່ວງແກງ ພຽງເທົ່ານີ້ກໍຈະຊ່ວຍບັນເທົາອາການອັກເສບກ່ຽວກັບພະຍາດໃນທາງເດີນອາຫານໄດ້.

(ຂໍ້ມູນຈາກ: health.kapook.com, ຮຽບຮຽງ: ນຸ້ມນິ້ມ