ສິ່ງທ້າທາຍໃນການຈັດຕັ້ງປະຕິບັດການເກັບພັນທະອາກອນ ຂອງ 5 ແຂວງພາກກາງ ແລະ ໃຕ້

49

ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ໂດຍສະເພາະການເກັບລາຍຮັບຈາກສ່ວຍສາອາກອນເຂົ້າງົບປະມານແຫ່ງລັດ ແລະ ການມອບພັນທະອາກອນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີປະສິດທິຜົນ ພາຍໃຕ້ລະບຽບກົດໝາຍອັນຖືກຕ້ອງ ແລະ ຍົກລະດັບຄວາມເຂົ້າໃຈໃຫ້ແກ່ພາກທຸລະກິດ ໃນການເສຍພັນທະອາກອນແບບບັງຄັບ ຕາມລະບຽບ ແລະ ກົດໝາຍທີ່ວາງອອກ.

ເມື່ອບໍ່ດົນມານີ້ ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ໄດ້ຈັດ “ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດແຈ້ງການຂອງກົມສ່ວຍສາອາກອນ ສະບັບເລກທີ 4273/ກສອ, ລົງວັນທີ 02 ກັນຍາ 2022 ແລະ ບັນຫາປິ່ນອ້ອມວຽກງານອໍານວຍຄວາມສະດວກທາງການຄ້າ ຢູ່ 5 ແຂວງພາກກາງ ແລະ ໃຕ້”. ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ, ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ພາກລັດ-ທຸລະກິດ ຂອງ 5 ແຂວງພາກກາງ ແລະ ໃຕ້ ໃນຮູບແບບກອງປະຊຸມເຊິ່ງໜ້າ ແລະ ທາງໄກ. ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

ກອງປະຊຸມໄດ້ປຶກສາ ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ພາກທຸລະກິດ ຂອງ 5 ແຂວງພາກກາງ ແລະ ໃຕ້ ຄື: ແຂວງ ສະຫວັນນະເຂດ, ຈໍາປາສັກ, ເຊກອງ, ສາລະວັນ ແລະ ອັດຕະປື ກ່ຽວກັບແຈ້ງການຂອງກົມສ່ວຍສາອາກອນ ສະບັບເລກທີ 4273/ກສອ, ລົງວັນທີ 02 ກັນຍາ 2022 ໃນການຈັດຕັ້ງປະຕິບັດເກັບພັນທະອາກອນຈາກຜົນຜະລິດກະສິກຳຕາມລະດູການ, ການຄິດໄລ່ເກັບອາກອນຈາກບໍລິການຂົນສົ່ງ ແລະ ການຄິດໄລ່ເກັບອາກອນແບບບັງຄັບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ໃນການຈັດຕັ້ງປະຕິບັດເກັບພັນທະອາກອນຕົວຈິງ ເຫັນວ່າຍັງບໍ່ທັນເປັນເອກະພາບກັນ ເປັນຕົ້ນແມ່ນ: ການກຳນົດລາຄາອິນວອຍສົ່ງອອກ ຂອງພາກທຸລະກິດທີ່ຍືນເສຍພັນທະອາກອນ ແລະ ອິນວອຍທີ່ຍືນຂໍອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຍັງບໍ່ເປັນເອກະພາບກັນ ຊຶ່ງສົ່ງຜົນກະທົບຕໍ່ການເກັບລາຍຮັບຈາກອາກອນເຂົ້າງົບປະມານແຫ່ງລັດ. ນອກຈາກບັນຫາດັ່ງກ່າວ, ຍັງມີບາງບັນຫາປິ່ນອ້ອມທີ່ຕິດພັນກັບການນໍາເຂົ້າ ແລະ ສົ່ງອອກ ໂດຍສະເພາະແມ່ນການຂົນສົ່ງສິນຄ້າ ເຊັ່ນ: ການນໍາເຂົ້າລົດ ຫຼື ຕູ້ຄອນເທນເນີເປົ່າ, ຂັ້ນຂອດການອອກອະນຸຍາດມີຄວາມລ່າຊ້າ, ການພັດທະນາພື້ນຖານໂຄງລ່າງຂອງດ່ານ, ຄວາມອາດສາມາດໃນການຂົນສົ່ງສິນຄ້າໄປປະເທດປາຍທາງ ແລະ ອື່ນໆ.

ກອງປະຊຸມດໍາເນີນ ຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເປັນເອກະພາບກັນໃນຫຼາຍຈຸດ ລະຫວ່າງ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ແຂວງ. ນອກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງຕໍ່ກັບຄຳຖາມເຈະຈີ້ມຂອງພາກທຸລະກິດ 5 ແຂວງພາກກາງ ແລະ ໃຕ້ ແລະ ກອງເລຂາຮັບຜິດຊອບກອງປະຊຸມ ຈະນໍາເອົາຜົນຂອງກອງປະຊຸມຄັ້ງນີ້ລາຍງານຕໍ່ຂັ້ນເທິງ ເພື່ອມີທິດຊີ້ນຳໃນຂັ້ນຕໍ່ໄປ.

ຂ່າວ-ພາບ: ກົມການນຳເຂົ້າ ແລະ ສົ່ງອອກ