ກອງປະຊຸມລັດຖະບານເປີດກວ້າງ ຍົກການຄຸ້ມຄອງເງິນຕາຂຶ້ນຫາລື

118

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2019 ໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ມິຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາລັດຖະມົນຕີ, ເຈົ້າແຂວງ, ຜູ້ຕາງໜ້າຈາກອົງການຈັດຕັ້ງພັກ, ສະພາແຫ່ງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: ກອງປະຊຸມລັດຖະບານເປີດກວ້າງໄດ້ດຳເນີນພາຍຫຼັງກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ໄດ້ປິດລົງໃນວັນທີ 25 ຜ່ານມາ ເຊິ່ງກອງປະຊຸມໄດ້ຮັບຮອງເອົາຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນ: ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງຊາດ 4 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019, ຮ່າງກົດໝາຍຈຳນວນ 10 ສະບັບ. ໃນນັ້ນ, 09 ສະບັບ ແມ່ນສະເໜີໂດຍລັດຖະບານ. ທັງນີ້, ເປົ້າໝາຍເພື່ອປຶກສາຫາລືວຽກງານສໍາຄັນຂອງຊາດ ຕິດພັນກັບການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງລັດຖະບານ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍົກໃຫ້ເຫັນວ່າ: ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 8 ໄດ້ມີການຕີລາຄາວຽກງານຂອງລັດຖະບານ 6 ເດືອນ ຕົ້ນປີ 2019 ແລະ ມີມະຕິເພື່ອຊີ້ນຳໃຫ້ລັດຖະບານນຳໄປຜັນຂະຫຍາຍໃນຕໍ່ໜ້າເພື່ອກາຍເປັນພື້ນຖານ ແລະ ທິດທາງທີ່ສຳຄັນໃຫ້ແກ່ລັດຖະບານເພື່ອເຮັດແນວໃດ? ໃຫ້ຮັບປະກັນແຜນພັດທະນາເສດຖະກິດ – ສັງຄົມຂອງຊາດ ແລະ ຂອງລັດຖະບານສາມາດບັນລຸເປົ້າໝາຍແຕ່ລະໄລຍະ.

ກອງປະຊຸມດັ່ງກ່າວຈະໄດ້ດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 26 – 28 ແມ່ນຈະໄດ້ຄົ້ນຄວ້າ ແລະ ປຶກສາຫາລືບັນຫາຕ່າງໆ ປະກອບມີ:

  1. ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 6 ເດືອນຕົ້ນປີ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2019, ທິດທາງແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນການລົງທຶນຂອງລັດ ປະຈໍາປີ 2020, ຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020, ສະຫຼຸບຕີລາຄາສະພາບການຄຸ້ມຄອງເງິນຕາ 6 ເດືອນຕົ້ນປີ ແລະ ວຽກຈຸດສຸມຄຸ້ມຄອງເງິນຕາ 6 ເດືອນທ້າຍປີ ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ.
  2. ສະຫຼຸບລາຍງານຄວາມຄືບໜ້າຂອງການແກ້ໄຂໄພພິບັດໃນຂອບເຂດທົ່ວປະເທດ ແລະ ການກະກຽມຄວາມພ້ອມເພື່ອຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນທີ່ຈະເຖິງ.
  3. ຕີລາຄາການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນໄລຍະ 03 ປີ.

ນອກຈາກນີ້, ຍັງໄດ້ຮັບຟັງຈາກຫຼາຍຂະແໜງການໃນການແກ້ໄຂວຽກງານທີ່ພົ້ນເດັ່ນຈຳນວນໜຶ່ງ ຕາມວາລະກຳນົດ ແລະ ກອງປະຊຸມຍັງໄດ້ຊຸກຍູ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ການພັດທະນາພາຍໃຕ້ຫົວຂໍ້ “ ການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ” ໂດຍຈະໄດ້ທົບທວນວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະຜ່ານມາພ້ອມທັງຊຸກຍູ້ໃຫ້ພາກທຸລະກິດເຂົ້າຮ່ວມໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ບັນຫາສຳຄັນອີກຈຳນວນໜຶ່ງ ເຊັ່ນ: ບົດສະຫຼຸບລາຍງານຂາດຕົວແຜນພັດທະນາເສດຖະກິດ – ສັງຄົມ ປີ 2018, ຮ່າງດຳລັດວ່າດ້ວຍການປ່ຽນແປງທາງດິນຟ້າອາກາດ, ການປັບປຸງລາຍການຜະລິດໄມ້ເພື່ອສົ່ງອອກ ແລະ ຮ່າງຄຳສັ່ງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການກວດກາ 438 ໂຄງການເຊົ່າ – ສຳປະທານທີ່ດິນເປັນຕົ້ນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນຍົກສູງຄວາມຮັບຜິດຊອບຂອງຕົນໃນການລາຍງານໃຫ້ມີຄວາມຊັດເຈນ ແລະ ມີຈຸດສຸມໃນຂອບເຂດຂອງຕົນເອງ ບັນຫາຂໍ້ຄົງຄ້າງຕ່າງໆໃນແຕ່ລະຂົງເຂດ ແລະ ພ້ອມກັນປະກອບສ່ວນຄວາມຄິດເຫັນ, ວິເຄາະ – ວິໄຈເຖິງສາເຫດ, ສະເໜີທິດທາງ ແລະ ມາດຕະການໃນການແກ້ໄຂໃນທ້າຍປີ ກໍຄືໃນຕໍ່ໜ້າຢ່າງຮີບຮ້ອນ.

( ຂ່າວ: ສຸລິນ, ຮູບ: ສອນໄຊ )