ໂຮມສະເຕອີກທາງເລືອກໃຫ້ນັກທ່ອງທ່ຽວໄດ້ມີໂອກາດສຳຜັດກັບວິຖີຊີວິດທ້ອງຖິ່ນ

ກິດຈະກຳໂຮມສະເຕ ຫຼື ພັກແຮມນຳຄອບຄົວປະຊາຊົນສາມາດປັບປຸງຄຸນນະພາບຊີວິດການເປັນຢູ່ຂອງຄົນໃນທ້ອງຖິ່ນ ໂດຍການມີລາຍໄດ້ເພີ່ມຂຶ້ນສົ່ງເສີມວັດທະນະທຳທ້ອງຖິ່ນ, ສິລະປະ, ທຸລະກິດ, ຫັດຖະກຳ, ສົ່ງເສີມໃຫ້ມີການທ່ອງທ່ຽວທາງປະຫວັດສາດ, ສະຖານທີ່ສຳຄັນຂອງທ້ອງຖິ່ນ ແລະ ຊຸກດັນໃຫ້ມີການອະນຸລັກທຳມະຊາດໂດຍໃຫ້ການສຶກສາແກ່ຊຸມຊົນ.
ນັກທ່ອງທ່ຽວທົ່ວໂລກກຳລັງມຸ່ງເປົ້າມາທີ່ປະເທດອາຊຽນເພື່ອການທ່ອງທ່ຽວຊົນນະບົດ ເຊິ່ງການພັດທະນາໂຮມສະເຕໃຫ້ເປັນລະບົບແມ່ນມີຄວາມສຳຄັນຫຼາຍໃນການສ້າງຜະລິດຕະພັນໃໝ່ໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ດ້ວຍການສະແດງໃຫ້ເຫັນເຖິງວິຖີການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ, ນຳສະເໜີຮູບແບບຂອງການພັກຜ່ອນທີ່ບໍ່ແພງເກີນໄປທີ່ເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ການໃຫ້ຄວາມຮູ້.
ຈຸດຂາຍຂອງກິດຈະກຳໂຮມສະເຕບໍ່ແມ່ນການກຳນົດເອົາເອກະລັກທາງດ້ານໃດດ້ານໜຶ່ງຂອງບ້ານເພື່ອເປັນຈຸດຂາຍແຕ່ມີເປົ້າໝາຍມຸ່ງໄປທີ່ການດຳລົງຊີວິດຂອງຊຸມຊົນໃດໜຶ່ງ. ພ້ອມດຽວກັນນັ້ນ, ບັນດາກິດຈະກຳຕ່າງໆພາຍໃນຊຸມຊົນແມ່ນປັດໄຈທີ່ມີອິດທິພົນຫຼາຍໃນການຕັດສິນໃຈເດີນທາງມາຂອງນັກທ່ອງທ່ຽວ.
ມາດຕະຖານດັ່ງກ່າວແມ່ນເລັ່ງໃສ່ສະຖານທີ່ພັກອາໄສແບບໂຮມສະເຕ ເຊິ່ງແຂກຈະໄດ້ອາໄສພັກເຊົາຢູ່ຄອບຄົວທີ່ເປັນເຈົ້າພາບ ແລະ ຮຽນຮູ້ວິທີການດຳລົງຊີວິດປະຈຳວັນຂອງຄອບຄົວ ແລະ ຊຸມຊົນໂດຍທາງກົງ ແລະ ທາງອ້ອມ. ມາດຕະຖານດັ່ງກ່າວມຸ່ງໃຫ້ຄວາມສຳຄັນໄປທີ່ບາງບັນຫາທີ່ສຳຄັນເປັນຕົ້ນແມ່ນ: ການເປັນເຈົ້າພາບ, ທີ່ພັກ, ກິດຈະກຳ, Authenticity, ການບໍລິຫານຈັດການ, ສະຖານທີ່ຕັ້ງ, ຄວາມປອດໄພ ແລະ ການຮັກສາຄວາມປອດໄພ, ການຕະຫຼາດ ແລະ ຄວາມຍືນຍົງ.
ສຳລັບຂໍ້ກຳນົດ ແລະ ຄວາມໝາຍທີ່ປະກອບເຂົ້າໃນມາດຖານຂອງໂຮມສະເຕອາຊຽນມີດັ່ງນີ້:

ສິ່ງດຶງດູດໃຈ

ສະຖານທີ່ໜ້າສົນໃຈ ແລະ ເປັນທີ່ພໍໃຈໃຫ້ແກ່ນັກທ່ອງທ່ຽວຜູ້ທີ່ມາຢ້ຽມຢາມ.

ຄວາມເປັນເອກະລັກ
ສະເພາະທ້ອງຖິ່ນ:

ຄວາມເປັນຈິງທີ່ໃຫ້ນັກທ່ອງທ່ຽວສາມາດເກັບກ່ຽວປະສົບການ ໂດຍສະເພາະແມ່ນສິ່ງທີ່ກ່ຽວຂ້ອງກັບທຳມະຊາດ ແລະ ວັດທະນະທຳ.

ການປະຖົມພະຍາບານເບື້ອງຕົ້ນ:

ການເບິ່ງແຍງ ແລະ ຮັກສາໃນຂັ້ນພື້ນຖານກໍລະນີເກີດເຫດສຸກເສີນກັບນັກທ່ອງທ່ຽວທີ່ບາດເຈັບ ຫຼື ບໍ່ສະບາຍ.

ຄວາມຫຼາກຫຼາຍທາງດ້ານ
ຊີວະນາໆພັນ:

ພືດພັນ, ສັດປ່າ ແລະ ສິ່ງທີ່ມີຊີວິດໃນສະພາບແວດລ້ອມທຳມະຊາດ.

ການສັ່ງຈອງ:

ການບໍລິການໂຮມສະເຕ ໂດຍຜ່ານສື່ຕ່າງໆເຊັ່ນ: ອິນເຕີເນັດ, ແຟັກ, ໂທລະສັບ ແລະ ອື່ນໆ.

ລະບຽບການຕ່າງໆ:

ການທີ່ລະບຸເຖິງຄວາມຮັບຜິດຊອບ ຫຼື ການວາງຕົວຢ່າງເໝາະສົມສຳລັບແຂກ ແລະ ເຈົ້າພາບ ຫຼື ເອີ້ນອີກຢ່າງໜຶ່ງວ່າສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ.

ກິດຈະກຳຂອງຊຸມຊົນ:

ທີ່ເນັ້ນໃສ່ການເຮັດວຽກຮ່ວມກັນຂອງຊຸມຊົນ ເຊັ່ນ: ການເຮັດຄວາມສະອາດຂອງບ້ານ ແລະ ກຽມພ້ອມກ່ອນແຂກຈະມາຢ້ຽມຢາມ.

ສະໂມສອນຂອງບ້ານ:

ເປັນສະຖານທີ່ໆຄົນໃນທ້ອງຖິ່ນ ແລະ ແຂກທີ່ມາຢ້ຽມຢາມພົບປະເຊິ່ງກັນ ແລະ ກັນ ເປັນສະຖານທີ່ສະແດງສິລະປະວັດທະນະທຳ ແລະ ຈັດກິດຈະກຳຕ່າງໆ.

ອຸປະກອນການສື່ສານ:

ອຸປະກອນທີ່ນຳສົ່ງຂໍ້ມູນເຊັ່ນ: ໂທລະສັບ, ວິທະຍຸສື່ສານ, GPS ແລະ ອື່ນໆ.

ການຝຶກອົບຮົມລະຫວ່າງ
ຊຸມຊົນກັບຊຸມຊົນ:

ເປັນການໄປຖອດຖອນເອົາບົດຮຽນນຳບ້ານໂຮມສະເຕທີ່ໄດ້ຮັບຜົນສຳເລັດສຶກສາແຕ່ລະກໍລະນີ ແລະ ການປະຕິບັດຕົວຈິງນຳຜູ້ທີ່ມີປະສົບການ.

ວັດທະນະທຳ:

ທຳນຽມ, ປະເພນີ, ພຶດຕິກຳຂອງຄົນໃນທ້ອງຖິ່ນ ແລະ ຄວາມເຊື່ອຖື.

ຖານຂໍ້ມູນ:

ລະບົບການເກັບຂໍ້ມູນ, ລະບົບການບໍລິຫານຈັດການ ແລະ ການແຍກປະເພດຂໍ້ມູນ.

ການຊ່ວຍເຫຼືອໃນກໍລະນີສຸກເສີນ:

ສະຖານະການ ຫຼື ເຫດການທີ່ເກີດຂຶ້ນໂດຍບໍ່ຄາດຄິດ ແລະ ຕ້ອງການໃຫ້ມີການອົບພະຍົບຜູ້ຄົນອອກຈາກພື້ນທີ່ທັນທີ.

ການເປັນມິດຕໍ່ສິ່ງແວດລ້ອມ:

ການເປັນມິດຕໍ່ລະບົບນິເວດຕໍ່ທຳມະຊາດ ແລະ ພື້ນທີ່ສີຂຽວລວມໄປເຖິງສິນຄ້າການບໍລິການແນວທາງນະໂຍບາຍຕ່າງໆ ເພື່ອກໍ່ໃຫ້ເກີດຄວາມເສຍຫາຍ ຫຼື ຮຸກຮານສະພາບແວດລ້ອມໃຫ້ໜ້ອຍທີ່ສຸດ.

ການຈັດແຟມທຣິບ:

ການຈັດລາຍການທ່ຽວແບບທົດລອງໃຫ້ແກ່ບັນດາບໍລິສັດນຳທ່ຽວ, ຜູ້ປະກອບການດ້ານການທ່ອງທ່ຽວ, ສື່ມວນຊົນຈຸດປະສົງເພື່ອໃຫ້ຄວາມຮູ້ ແລະ ສ້າງຄວາມຄຸ້ນເຄີຍກັບສະຖານທີ່ທ່ອງທ່ຽວໃດໜຶ່ງ ໂດຍການໄປເຫັນ ແລະ ສຳຜັດດ້ວຍຕົວເອງ ເພາະຜູ້ປະກອບການດ້ານການທ່ອງທ່ຽວຈະຕອບຄຳຖາມຂອງນັກທ່ອງທ່ຽວໄດ້ດີ ກວ່າ ແລະ ຈະສາມາດໂຄສະນາໃຫ້ມີການຂະຫຍາຍຕົວສູ່ເຂດດັ່ງກ່າວ, ສິ່ງເຫຼົ່ານີ້ເອີ້ນວ່າແຟມທຣິບ.

ແຂກ:

ບຸກຄົນທີ່ມາພັກ ໂດຍທົ່ວໄປແລ້ວແມ່ນມີສ່ວນຮ່ວມໃນກິດຈະກຳຂອງຊຸມຊົນ ແລະ ບ້ານ.

ການຝຶກອົບຮົມທີ່ເນັ້ນ
ປະຕິບັດຕົວຈິງ:
ການຮຽນຮູ້ອີງໃສ່ການປະຕິບັດຕົວຈິງຈາກເຫດການທີ່ເກີດຂຶ້ນຫຼາຍກວ່າທິດສະດີ.
ໂຮມສະເຕ:

ເປັນຮູບແບບທີ່ນັກທ່ອງທ່ຽວທີ່ຈະພັກແຮມນຳຄອບຄົວເຈົ້າພາບໃນເຮືອນຫຼັງດຽວກັນ ແລະ ສຳຜັດວິຖີການດຳລົງຊີວິດໃນແຕ່ລະວັນຂອງຄອບຄົວ ແລະ ຊຸມຊົນທ້ອງຖິ່ນ.

ຜູ້ສະໜອງໂຮມສະເຕ:

ຄອບຄົວທ້ອງຖິ່ນທີ່ສະເໜີບ້ານຂອງພວກເຂົາໃຫ້ເປັນໂຮມສະເຕ.

ເຈົ້າພາບ:

ບຸກຄົນ ຫຼື ຊຸມຊົນທີ່ເປັນຕົວແທນໃຫ້ການບໍລິການໂຮມສະເຕ ແລະ ຕ້ອນຮັບແຂກທີ່ມາໃຊ້ບໍລິການໂຮມສະເຕ.

ທັກສະໃນການອະທິບາຍ:

ເປັນວຽກສັບຊ້ອນທີ່ລວມເອົາຄວາມສາມາດທີ່ຫຼາກຫຼາຍເຂົ້າກັນ ເພື່ອເຮັດໃຫ້ການສະເໜີມີປະສິດທິພາບ.

ການບໍລິຫານຄຸ້ມຄອງ:

ກ່ຽວຂ້ອງກັບບັນດາກຸ່ມຄົນທີ່ຮັບຜິດຊອບໃນການບໍລິຫານຈັດການຈັດຕັ້ງເປັນຕົ້ນແມ່ນການວາງແຜນ, ບຸກຄະລາກອນ, ການນຳພາ ແລະ ຄວບຄຸມເພື່ອໃຫ້ບັນລຸເປົ້າໝາຍ.

ປຶ້ມຄູ່ມື:

ອະທິບາຍກ່ຽວກັບຫົວຂໍ້ໃດໜຶ່ງ, ເປັນປຶ້ມອ້າງອີງ, ໃຫ້ລາຍລະອຽດກ່ຽວກັບສິ່ງທີ່ຕ້ອງກະກຽມ, ການປະຕິບັດຕົວຈິງ ແລະ ການແກ້ໄຂບັນຫາໃນກໍລະນີຕ່າງໆທີ່ເກີດຂຶ້ນ.

ທຸລະກິດຂະໜາດນ້ອຍ:

ຢູ່ທ້ອງຖິ່ນ ແລະ ການໃຫ້ບໍລິການໂດຍນຳໃຊ້ຊັບພະຍາກອນທ້ອງຖິ່ນທີ່ມີຢູ່.

ທຳມະຊາດ:

ຊັບພະຍາກອນທຳມະຊາດເປັນຕົ້ນແມ່ນປ່າໄມ້, ແມ່ນ້ຳ, ຖ້ຳ, ພູຜາ ແລະ ອື່ນໆ.

ລາຍການທ່ອງທ່ຽວ ( ແບບລວມ ):

ຜະລິດຕະພັນທີ່ກຳນົດລາຄາໄວ້ ເຊິ່ງສ້າງຄວາມສະດວກໃຫ້ແກ່ແຂກໃນການຊື້ ແລະ ເພີດເພີນກັບກິດຈະກຳຂອງໂຮມສະເຕ.

ລະບົບການສັ່ງຈອງ:

ລະບົບການໃດໜຶ່ງທີ່ເຮັດໃຫ້ສາມາດເຂົ້າເຖິງການສັ່ງຈອງລາຍການໂຮມສະເຕ ແລະ ການບໍລິການ ເປັນຕົ້ນແມ່ນການສັ່ງຈອງຜ່ານອິນເຕີເນັດ ແລະ ໂທລະສັບ.

ເຄືອຂ່າຍການສື່ສານ/ໂຄສະນາ
ແບບອອນລາຍ:

ເວັບໄຊທີ່ອະນຸຍາດໃຫ້ຜູ້ທີ່ຕ້ອງການນຳໃຊ້ສາມາດລົງທະບຽນເຂົ້ານຳໃຊ້. ພ້ອມດຽວກັນນັ້ນ, ຜູ້ໃຫ້ບໍລິການໂຮມສະເຕສາມາດບັນຈຸຂໍ້ມູນລາຍລະອຽດກ່ຽວກັບໂຮມສະເຕຮູບພາບ ແລະ ວິດີໂອກ່ຽວກັບໂຮມສະເຕຂອງພວກເຂົາ, ຕິດຕໍ່ລູກຄ້າເລື້ອຍໆ ເພື່ອນຮ່ວມງານ ແລະ ສະມາຄົມທຸລະກິດ.

ຕະຫຼາດເປົ້າໝາຍ:

ກຸ່ມລູກຄ້າເປົ້າໝາຍທີ່ຈະຕ້ອງໄດ້ພົວພັນ ແລະ ເຮັດການຕະຫຼາດນຳໂດຍກົງ.

ການສ້າງຈຸດຂາຍທີ່ເປັນເອກະລັກ:

ຈຸດດຶງດູດຫຼັກ ຫຼື ເອກະລັກສະເພາະຂອງໂຮມສະເຕທີ່ເປັນຈຸດຫຼັກດຶງດູດນັກທ່ອງທ່ຽວເຂດຊົນນະບົດທີ່ຜູ້ຄົນອາໄສຢູ່ກັນເປັນຊຸມຊົນ ເຊິ່ງມີຄວາມໂດດເດັ່ນທາງດ້ານວັດທະນະທຳ ແລະ ທຳມະຊາດ.

ໝູ່ບ້ານ:
ເຂດຊົນນະບົດທີ່ປະຊາຊົນອາໄສຢູ່ກັນເປັນຊຸມຊົນ ເຊິ່ງມີເອກະລັກສະເພາະທາງວັດທະນະທຳ ແລະ ທຳມະຊາດ.

( ຂໍ້ມູນຈາກ: ASEAN Homestay Standard )

%d bloggers like this: