ເຕັກນິກການປູກຫອມບົ່ວແດງ ຫາລາຍໄດ້ເສີມ ຫຼັງເກັບກ່ຽວເຂົ້າ

262

ໄລຍະນີ້ເປັນໄລຍະຂອງການເກັບກ່ຽວເຂົ້ານາປີ ພ້ອມກຽມໃສ່ການຜະລິດເຂົ້ານາແຊງ ແຕ່ສໍາລັບໃຜທີ່ມີເນື້ອທີ່ນາເປົ່າວ່າງ, ບໍ່ມີແຜນເຮັດນາແຊງ. ມື້ນີ້ຄໍລໍາກະສິກຳ ຈຶ່ງໄດ້ນຳເອົາຂໍ້ມູນດີໆກ່ຽວກັບເຕັກນິກ, ຂັ້ນຕອນການປູກຫອມບົ່ວແດງມານໍາສະເໜີແກ່ທ່ານຜູ້ອ່ານໄດ້ລອງເອົາໄປນຳໃຊ້.

ການກຽມດິນ: ຫອມບົ່ວແດງມີລະບົບຮາກຕື້ນມັກດິນລ້ວນ, ມີການລະບາຍນໍ້າທີ່ດີ. ສະນັ້ນ, ໜານປູກຄວນໄຖພວນ ຫຼື ຂຸດດ້ວຍຈົກປີ້ນດິນຕາກແດດໄວ້ກ່ອນ 2 – 3 ມື້ ແລ້ວຍ່ອຍດິນໃຫ້ເປັນກ້ອນນ້ອຍ ແຕ່ບໍ່ໃຫ້ແຫຼກລະອຽດຫຼາຍເພາະຈະເຮັດໃຫ້ດິນແໜ້ນ ສາມາດໃສ່ປຸ໋ຍຄອກ, ປຸ໋ຍໝັກ ຫຼື ປຸ໋ຍຂີ້ສັດລົງໄປຄົນໃສ່ໃຫ້ທົ່ວດິນທີ່ກຽມໄວ້ ແລະ ຕ້ອງເອົາຮາກຫຍ້າອື່ນໆອອກໃຫ້ໝົດ ພ້ອມຮອງພື້ນກ່ອນປູກດ້ວຍປຸ໋ຍວິທະຍາສາດສູດ 15:15:15 ໃນປະລິມານ 20 – 50 ກິໂລກຣາມຕໍ່ໄລ່.

ການກຽມແນວພັນ: ຄວນກຽມໄວ້ລ່ວງໜ້າຢ່າງໜ້ອຍ 2 ເດືອນ ເພາະຫົວຫອມທີ່ຈະໃຊ້ປູກຄວນມີໄລຍະພັກຕົວຢູ່ໄລຍະໜຶ່ງ ແຕ່ບໍ່ຄວນເກັບໄວ້ດົນເກີນ 6 ເດືອນ ເພາະໄລຍະ 2 ເດືອນນີ້ ຫອມຈະເລີ່ມແຕກຍອດອ່ອນສີຂຽວພົ້ນຫົວເກົ່າມາແລ້ວ ໃຫ້ນໍາຫົວຫອມແນວພັນມາຕັດແຕ່ງເຮັດຄວາມສະອາດ, ຕັດເລັມຮາກເກົ່າ ແລະ ໃບແຫ້ງຖິ້ມໃຫ້ໝົດ ຫາກເຫັນວ່າຍອດອ່ອນຍາວອາດຕັດຖິ້ມອີກເລັກໜ້ອຍ ເພື່ອເລັ່ງໃຫ້ຮາກງອກໄວ.

ສໍາລັບການປູກໃນພື້ນທີ່ 1 ໄລ່ ຈະໃຊ້ຫົວຫອມແນວພັນ ປະມານ 200 ກິໂລກຣາມ ກ່ອນປູກຫາກເຫັນວ່າຫົວຫອມພັນເປັນພະຍາດຣາດໍາປະປົນຢູ່ຕ້ອງສີດພົ່ນ ຫຼື ຈຸ່ມນໍ້າສານລະລາຍປ້ອງກັນກໍາຈັດເຊື້ອຣາ ຫຼື ຕາກລົມໃຫ້ແຫ້ງກ່ອນປູກ.

ໄລຍະຫ່າງການປູກ: ເຮັດໜານຂະໜາດກວ້າງ 1 – 1,5 ແມັດ ຄວາມຍາວຂອງໜານເປັນໄປຕາມຄວາມສະດວກໃນການປະຕິບັດວຽກງານ, ຄວນປູກເປັນແຖວ ໄລຍະປູກ 15 – 20 ຊັງຕີແມັດ ຫຼື 20 – 20 ຊັງຕີແມັດ.

ການປູກ: ກ່ອນປູກຄວນຫົດນໍ້າໃຫ້ດິນຊຸ່ມໄວ້ລ່ວງໜ້າ ແລ້ວນໍາຫົວຫອມລົງປູກໃນໜານ ໂດຍເອົາສ່ວນທີ່ເຄີຍເປັນບ່ອນອອກຮາກເກົ່າຈິ້ມລົງໄປໃນດິນປະມານເຄິ່ງຫົວ, ລະວັງຢ່າກົດລົງແຮງຫຼາຍຈະເຮັດໃຫ້ແນວພັນຊໍ້າ, ງອກຊ້າ ຫຼື ບໍ່ງອກເລີຍ, ຫຼັງປູກແລ້ວໃຫ້ຄຸມດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງ ຫຼື ແກບໜາພໍສົມຄວນ ເປັນການຮັກສາຄວາມຊຸ່ມຊື່ນ ແລະ ຄຸມສັດຕູພືດ. ຈາກນັ້ນ, ຫົດນໍ້າໃຫ້ຊຸ່ມໆຕົ້ນຫອມຈະງອກອອກມາພາຍໃນເວລາ   7 – 10 ວັນ ຫາກຫົວໃດບໍ່ງອກໃຫ້ທໍາການປູກແຊມຄືນທັນທີ.

ການດູແລຮັກສາ: ຫອມແດງຕ້ອງການນໍ້າຫຼາຍ ແລະ ສະໝໍ່າສະເໝີໃນໄລຍະຈະເລີນເຕີບໂຕ ແລະ ແຕກກໍ ຫາກປູກໃນບ່ອນທີ່ມີອາກາດແຫ້ງ ແລະ ລົມແຮງອາດຕ້ອງໝັ່ນໃຫ້ນໍ້າຕະຫຼອດ ມື້ລະ 2 ຄັ້ງ ເຊົ້າ – ແລງ. ສ່ວນການໃສ່ປຸ໋ຍ ຫຼັງປູກຄົບ 14 ວັນ ຄວນໃສ່ປຸ໋ຍຢູເຣຍ ຫຼື ແອມໂມນຽມເຊົາເຟັຕ ປະລິມານ 20 – 25 ກິໂລກຣາມຕໍ່ໄລ່, ເມື່ອອາຍຸຄົບ 35 – 40 ວັນ ໃຫ້ໃສ່ປຸ໋ຍສູດ 15:15:15 ໃນປະລິມານ 20 – 50 ກິໂລກຣາມຕໍ່ໄລ່, ສ່ວນວິທີການໃສ່ປຸ໋ຍແມ່ນໃຊ້ວິທີໂຮຍຫ່າງໆຕົ້ນ ປະມານ 7 ຊັງຕີແມັດ ຫຼື ໃຊ້ວິທີໂຮຍໃຫ້ທົ່ວໜານກໍໄດ້ ຫຼັງຈາກໃຫ້ປຸ໋ຍໃຫ້ເອົານໍ້າຫົດໜານໃຫ້ຊຸ່ມດີ.

ໄລຍະເວລາການເກັບກ່ຽວ: ຫຼັງປູກ ແລະ ບໍາລຸງຮັກສາຢ່າງດີແລ້ວໃຊ້ເວລາປະມານ 3 – 4 ເດືອນກໍສາມາດເກັບກ່ຽວໄດ້ແລ້ວ.