ອິນໂດເນເຊຍ ອົບພະຍົບປະຊາຊົນເກືອບ 2.500 ຄົນ ຫຼັງພູໄຟລະເບີດ

40

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານອິນໂດເນເຊຍ ໄດ້ສັ່ງອົບພະຍົບປະຊາຊົນຫຼາຍໝູ່ບ້ານ ເກືອບ 2.500 ຄົນ ໄປຢູ່ບ່ອນປອດໄພ ຫຼັງຈາກທີ່ພູໄຟ ເຊເມຣູ ຕັ້ງຢູ່ເກາະຊວາ ລະເບີດຂຶ້ນເມື່ອວັນທີ 4 ທັນວາຜ່ານມາ ປ່ອຍເທົ່າຖ່ານຂຶ້ນສູ່ທ້ອງຟ້າສູງເຖິງ 15 ກິໂລແມັດ.

May be an image of 2 people, people standing and people sitting

ທາງການອິນໂດເນເຊຍ ໄດ້ອອກແຈ້ງເຕືອນໄພຂັ້ນສູງສຸດ, ຂະນະທີ່ປະຊາຊົນ  ຫຼາຍພັນຄົນໃນແຂວງຊວາ ( ເກາະຊວາ ) ຕ້ອງຢູ່ໃນທ່າກຽມພ້ອມອົບພະຍົບເຊັ່ນດຽວກັນ ໂດຍທາງການໄດ້ຫ້າມປະຊາຊົນເຂົ້າໄປໃກ້ເຂດພູໄຟດັ່ງກ່າວ ໃນໄລຍະ 8 ກິໂລແມັດ, ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວແຕ່ຢ່າງໃດ.

May be an image of 2 people and people sitting