ປະທານສະພາແຫ່ງຊາດ ຢ້ຽມຢາມສະຖານທີ່ທ່ອງທ່ຽວ ມົງໂກລີ ໂນມາດິກ

43

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ທ່ານ ກອມບໍຈາວ ຊັງຕັງຊາທາຣ໌ ປະທານສະພາຄູຣານໃຫຍ່ ມົງໂກລີ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ມົງໂກລີ ໂນມາດິກ ເມື່ອວັນທີ 9 ກັນຍາ 2023  ດ້ວຍເລີ່ມຈາກຕ້ອນຮັບອັນອົບອຸ່ນ ແລະ ແບບເປັນກັນເອງ ຂອງອຳນາດການປົກຄອງບ້ານ ແລະ ປະຊາຊົນຊາວລ້ຽງສັດ ແລະ ສືບຕໍ່ຢ້ຽມຢາມຄອບຄົວ ຂອງຊາວມົງໂກລີ ເພື່ອພົບປະໂອ້ລົມ ແລະ ຮູ້ຈັກຮີດຄອງປະເພນີ, ວັດທະນະທຳ ແລະ ວິຖີການດຳລົງຊີວິດ ຂອງປະຊາຊົນ ທີ່ເປັນຊາວລ້ຽງສັດ ຂອງປະເທດມົງໂກລີ ເຊິ່ງມີຝູງສັດ ແລະ ທົ່ງຫຍ້າ ທີ່ສວຍສົດງົດງາມ ພ້ອມທັງຢ້ຽມຊົມ ການສາທິດງານບຸນມະໂຫລານນາດຳ “Nadaam” ທີ່ຈັດຂຶ້ນຢູ່ກາງທົ່ງຫຍ້າສີຂຽວອັນກວ້າງໃຫຍ່ ແລະ ອ້ອມຮອບໄປດ້ວຍພູຜາ ທີ່ສວຍສົດງົດງາມ ແລະ ເປັນບ່ອນລ້ຽງສັດ ຂອງປະຊາຊົນມົງໂກລີ.

May be an image of 6 people and horse
ບຸນມະໂຫລານນາດໍາ ເປັນບຸນປະເພນີ ແລະ ວັດທະນະທຳອັນເກົ່າແກ່ຂອງປະເທດມົງໂກລີ ທີ່ສືບທອດກັນມາຫຼາຍກວ່າ 5.000 ປີ ແລະ ດໍາເນີນໄປດ້ວຍບັນຍາກາດຄຶກຄື້ນ ແລະ ມ່ວນຊື່ນ, ສ້າງຄວາມສະໜິດສະໜົມ ແລະ ຄວາມສາມັກຄີ ໃຫ້ແກ່ປະຊາຊົນຊາວມົງໂກລີບັນດາເຜົ່າ. ງານບຸນປະເພນີດັ່ງກ່າວ ມີປະຫວັດສາດການເປັນມາ ທີ່ມີຄວາມສໍາຄັນເປັນຢ່າງຍິ່ງ ຕິດພັນກັບການດຳລົງຊີວິດຂອງປະຊົນຜູ້ລ້ຽງສັດ ແລະ ຕິດພັນກັບການຕໍ່ສູ້ກູຊາດ ຂອງປະຊາຊົນຊາວມົງໂກລີ ເຊິ່ງຈະຈັດຂຶ້ນ ພ້ອມດຽວກັນກັບ ການສະເຫຼີມສະຫຼອງວັນສ້າງຕັ້ງລັດມົງໂກລີ ແລະ ວັນໄຊຊະນະ ຂອງການປະຕິວັດຂອງປະຊາຊົນ ມົງໂກລີ ໃນທຸກໆປີ.

May be an image of 5 people and Bactrian camel
ສໍາລັບການຈັດງານສາທິດບຸນມະໂຫລານນາດໍາ ໃນຄັ້ງນີ້, ຄະນະຜູ້ແທນຂັ້ນສູງຂອງອົງການນິຕິບັນຍັດ ຂອງສອງປະເທດ ໄດ້ຮັບຊົມການແຂ່ງຂັນ ສາມປະເພດກິລາ ຄື: ກິລາມວຍປ້ຳ, ຍິງທະນູ, ແຂ່ງມ້າ ແລະ ການສະແດງບົດເພງບົດຟ້ອນຕ່າງໆ ອັນໄດ້ສ້າງບັນຍາກາດຄຶກຄື້ນມ່ວນຊື່ນ ເຮັດໃຫ້ຄະນະຜູ້ແທນ ສໍາຜັດໄດ້ວິຖີຊີວິດຕົວຈິງ ຂອງຊາວກະສິກອນຜູ້ລ້ຽງສັດ ແລະ ເຫັນໄດ້ເຖິງມູນເຊື້ອ ແຫ່ງການຕໍ່ສູ້ອັນພິລະອາດຫານ ຂອງປະຊາຊົນຊາວມົງໂກລີ. ພາຍຫຼັງການແຂ່ງຂັນສຳເລັດ, ສອງປະທານສະພາຂອງສອງປະເທດ ໄດ້ມອບຂັນ ແລະ ເງິນລາງວັນ ໃຫ້ແກ່ຜູ້ຊະນະເລີດການແຂ່ງຂັນລາຍການຕ່າງໆຮ່ວມກັນ.

May be an image of 10 people, Bactrian camel, musk ox and bone
ພ້ອມກັນນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຈັດການສາທິດງານບຸນມະໂຫລານນາດຳ ໃນຄັ້ງນີ້ ແລະ ຍ້ອງຍໍຊົມເຊີຍ ຕໍ່ຄະນະທີ່ຈັດຕັ້ງງານບຸນປະເພນີດັ່ງກ່າວ ທີ່ເຕັມໄປດ້ວຍຄວາມສະໜຸກສະໜານ ແລະ ມ່ວນຊື່ນ, ທຸກໆລາຍການທີ່ຈັດຂຶ້ນແມ່ນບໍ່ເຄີຍເຫັນຕົວຈິງມາກ່ອນ ເຮັດໃຫ້ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ໄດ້ເຫັນຮີດຄອງປະເພນີອັນດີງາມ ແລະ ວັດທະນະທຳ ທີ່ອຸດົມຮັ່ງມີ, ສວຍສົດງົດງາມ ແລະ ການຕໍ່ສູ້ອັນພິລະອາດຫານ ຂອງປະຊົນຊາວລ້ຽງສັດ ມົງໂກລີ.

May be an image of 6 people and text
ໃນມື້ຕໍ່ມາ, ວັນທີ 10 ກັນຍາ 2023 ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ກໍໄດ້ເດີນທາງກັບ ສປປລາວ ດ້ວຍຖ້ຽວບິນພິເສດ ຂອງສາຍການບິນລາວ ເຊິ່ງອອກສົ່ງຄະນະຜູ້ແທນ ຢູ່ສະໜາມບິນ ຈຽກກິດສະກັນ ທີ່ນະຄອນຫຼວງອູລານບາຕໍ, ປະເທດມົງໂກລີ ໂດຍມີທ່ານ ບ. ເອັງຄ ອໍາກາລັງ ປະທານກໍາມາທິການຄວາມໝັ້ນຄົງ ແລະ ນະໂຍບາຍຕ່າງປະເທດ, ທ່ານ ນາງ ຈ. ອັນດຣຳ ຮອງປະທານຄະນະມິດຕະພາບລັດຖະສະພາມົງໂກລີ-ລາວ ຂອງສະພາຄູຣານໃຫຍ່ມົງໂກລີ ແລະ ທ່ານ ແພງສະຫວັນ ແກ້ວປະເສີດ ເອກອັກຄະລັດຖະທູດວິສະມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ປະເທດມົງໂກລີ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງ.

ຂ່າວ, ຮູບຈາກ ສະພາແຫ່ງຊາດ