ປກສ ແຂວງສະຫວັນນະເຂດ ປະກາດໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຫຼາຍຕໍາແໜ່ງ

244

ກອງບັນຊາການ ປກສ ແຂວງສະຫວັນະເຂດ ໄດ້ຈັດພິທີ ປະກາດໂຍກກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນຫົວໜ້າຫ້ອງ, ຮອງຫ້ອງ ແລະ ບັນດາກອງບັນຊາການ ປກສ ເມືອງຂຶ້ນ ໃນວັນທີ 16 ມີນາ 2020 ຜ່ານມາ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີອົງການຈັດຕັ້ງຂັ້ນແຂວງ, ຄະນະຫ້ອງ, ກອງບັນຊາການປກສເມືອງ, ນະຄອນທົ່ວແຂວງເຂົ້າຮ່ວມ.

ໃນພິທີ, ພັທ ບຸນເລີດ ຄະທຸມພົມ ຮອງກອງບັນຊາການ ປກສ ແຂວງ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ໃນນີ້: ໄດ້ໂຍກຍ້າຍ ພັທ ຄຳສີ ທູນທະວົງສັກ ຈາກຫ້ອງຕຳຫຼວດ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າ ປກສ ນະຄອນໄກສອນ ພົມວິຫານ; ໂຍກຍ້າຍ ພັທ ເກດສະໝອນ ແກ້ວສະຫງ່າ ຈາກ ຫ້ອງການ ປກສແຂວງ ໄປຮັບໜ້າທີ່ໃໝ່ ເປັນຮອງກອງບັນຊາການ ປກສ ເມືອງພີນ; ໂຍກຍ້າຍ ພັທ ດາວວອນ ຄົມທິລາດ ຈາກຫ້ອງການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ ເປັນຮອງຫ້ອງການເມືອງ; ໂຍກຍ້າຍ ພັທ ສົມຫວັງ ອິນລາວົງ ຈາກຫ້ອງສັນຕິບານໄປຮັບໜ້າທີ່ໃໝ່ ເປັນ ຮອງກອງບັນຊາການ ປກສ ເມືອງອາດສະພັງທອງ; ໂຍກຍ້າຍ ພັທ ສົມພອນ ອິນທິລາດ ຈາກຫ້ອງພະລາທິການ ໄປຮັບໜ້າທີ່ໃໝ່ ເປັນຮອງກອງບັນຊາການ ປກສ ເມືອງອຸທຸມພອນ; ໂຍກຍ້າຍ ພັທ ຂັນຄຳ ດາວມະນີ ຈາກຫ້ອງພະລາທິການໄປຮັບໜ້າທີ່ໃໝ່ ເປັນຮອງກອງບັນຊາການ ປກສ ເມືອງໄຊພູທອງ; ໂຍກຍ້າຍ ພັທ ສາຍທອງ ໄຊຍະສານ ຈາກຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນໄປຮັບໜ້າທີ່ໃໝ່ ເປັນຮອງຫ້ອງການເມືອງ; ໂຍກຍ້າຍ ພັຕ ໝອນຄຳ ຫານຊະນະ ຈາກຫ້ອງຕຳຫຼວດ ໄປຮັບໜ້າທີ່ໃໝ່ ເປັນຮອງກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ.

ໂຍກຍ້າຍ ພັທ ສີນະຄອນ ນາມມະລາດ ຈາກຫ້ອງຕຳຫຼວດໄປຮັບໜ້າທີ່ໃໝ່ ເປັນຮອງຄ້າຍຄຸມຂັງ-ດັດສ້າງ ແກ້ງຄັນ,ໂຍກຍ້າຍ ພັຕ ຄຳຕັນ ແກ້ວອາສາ ຈາກໂຮງຮຽນຊັ້ນສູງເລກ 3 ໄປຮັບໜ້າທີ່ໃໝ່ ເປັນຮອງຄ້າຍຄຸມຂັງດັດສ້າງແກ້ງຄັນ; ໂຍກຍ້າຍ ພັທ ສົມສະໜຸກ ສຸບັນດິດ ຈາກກອງບັນຊາການ ປກສ ເມືອງຊົນນະບູລີ ໄປຮັບໜ້າທີ່ໃໝ່ ເປັນຮອງກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ; ໂຍກຍ້າຍ ພັທ ສຸວັນນີ ໄຊຍະເສນ ຈາກກອງບັນຊາການ ປກສ ເມືອງອຸທຸມພອນ ໄປຮັບໜ້າທີ່ ໃໝ່ເປັນຮອງຫ້ອງພະລາທິການ; ໂຍກຍ້າຍ ພັທ ຄຳສະໄໝ ສິດທິຊົນ ຈາກກອງບັນຊາການ ປກສ ເມືອງພີນ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຫ້ອງພະລາທິການ; ໂຍກຍ້າຍ ພັທ ວົງພະຈັນ ເມກອຸໄທທິບ ຈາກ ປກສ ນະຄອນໄກສອນ ພົມວິຫານ ໄປຮັບໜ້າທີ່ໃໝ່ ເປັນຮອງຫ້ອງ 504; ໂຍກຍ້າຍ ພັທ ຄຳສຸກ ປະເສີດຄຳຫຼ້າ ຈາກກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ໄປຮັບໜ້າທີ່ໃໝ່ ເປັນຮອງຫ້ອງການ ກອງບັນຊາການ ປກສ ແຂວງ; ໂຍກຍ້າຍ ພັທ ນວນສີ ໄຊຍະສານ ຈາກກອງບັນຊາການ ປກສ ເມືອງໄຊພູທອງ ໄປຮັບໜ້າທີ່ໃໝ່ ເປັນຮອງຫ້ອງພະລາທິການ ແລະ ໂຍກຍ້າຍ ພັທ ພູຂົງ ສີປະເສີດ ຈາກກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ໄປຮັບໜ້າທີ່ໃໝ່ ເປັນຮອງກອງພັນປ້ອງກັນເຄື່ອນທີ່.

ພ້ອມນັ້ນ, ໄດ້ແຕ່ງຕັ້ງ ທ່ານ ພັທ ໄຊພອນ ພວງດວງບຸດດີ ຈາກຮອງຫົວຫ້ອງການ ເປັນຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ; ແຕ່ງຕັ້ງ ພັທ ຄຳຜາຍ ຄຸນລາດສຸວັນນະວົງ ຈາກຮັກສາການຫົວໜ້າຫ້ອງການເມືອງ ຂຶ້ນເປັນຫົວໜ້າຫ້ອງການເມືອງ ປກສ ແຂວງ; ແຕ່ງຕັ້ງ ພັທ ກອງມີ ມຽງມະນີ ຈາກຮັກສາການ ເປັນຫົວໜ້າຫ້ອງສັນຕິບານ ປກສ ແຂວງ ແລະ ແຕ່ງຕັ້ງ ພັທ ບຸນທະໜອມ ໄຊປັນຍາ ຮັກສາການຫົວຫ້ອງຕຳຫຼວດເປັນຫົວໜ້າ ຫ້ອງຕຳຫຼວດ ປກສ ແຂວງ; ແຕ່ງຕັ້ງ ພັທ ບຸນຮົງ ໄຊຍະວົງ ຈາກຮອງຫົວໜ້າກອງບັນຊາການ ປກສ ເມືອງຊົນນະບູລີ ຂຶ້ນເປັນຫົວໜ້າ ແລະ ທ່ານ ພັທ ນາງພອນໄຊ ຈຸລະມົນຕີ ຮອງພະແນກພັກ-ອົງການຈັດຕັ້ງມະຫາຊົນ ເປັນຮອງຫ້ອງການເມືອງ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ທີ່ມາ: ວິທະຍຸກະຈາຍສຽງສະຫວັນນະເຂດ