ກິລາມວຍລາວ ໃນຊຽງຂວາງເກມ ເປັນແຂວງຄໍາມ່ວນ ຄອງເຈົ້າຫຼຽນຄໍາ

66

ການແຂ່ງຂັນກິລາມວຍລາວ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງ ເກມ 2022) ຈົບລົງດ້ວຍຜົນສໍາເລັດ ໃນວັນທີ 20 ທັນວາ 2022 ພາຍຫຼັງດໍາເນີນມາແຕ່ວັນທີ 16 ທັນວາ ເປັນຕົ້ນມາ ຢູ່ສະໜາມກິລາສວນມອນ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ໂດຍມີການຊິງໄຊ 18 ຫຼຽນຄໍາ, 18 ຫຼຽນເງິນ, 36 ຫຼຽນທອງ ເຊິ່ງມີນັກກິລາຈາກ 13 ພາກສ່ວນເຂົ້າຮ່ວມ ແບ່ງເປັນ 2 ເພດ ຄື: ປະເພດຕໍ່ສູ້ ແລະ ປະເພດຟ້ອນ.

ໃນມື້ປິດການແຂ່ງຂັນ ມີການຊີງຫຼຽນຄໍາ 12 ຮຸ່ນ ຍິງ 3 ຮຸ່ນ, ຊາຍ 9 ຮຸ່ນ. ໃນນີ້, ປະເພດຍິງ ຮຸ່ນ ນໍ້າໜັກ 48 ກິໂລ ໂຕເລັກ ສີສຸມານ ຈາກແຂວງເຊກອງ ຊະນະ ມຸກດາ ທໍາມະວົງ ຈາກແຂວງ ບໍລິຄໍາໄຊ, ຮຸ່ນ 51 ກິໂລ ຄູນເຮືອນ ຄໍາຂຽວ ຈາກແຂວງສະຫວັນນະເຂດ ຊະນະ ພຸດທະສອນ ກຽດຕິສັກ ຈາກແຂວງຫຼວງພະບາງ, ຮຸ່ນ 54 ກິໂລ ສຸຕາລັດ ບູລີສະວົງ ຈາກນະຄອນຫຼວງວຽງຈັນ ຊະນະ ໄພລິນ ແສງສຸວັນດີ ຈາກແຂວງສາລະວັນ.

ສ່ວນປະເພດຊາຍ ຮຸ່ນ 45 ກິໂລ ສີບູ່ ບັນຊາເດດ ຈາກ ແຂວງສາລະວັນ ຊະນະ ພັນທະ ສິງສະຫວັດ ຈາກແຂວງເຊກອງ, ຮຸ່ນນໍ້າໜັກ 48 ກິໂລ ທອງລອນ ສະຫວັດດີ ຈາກແຂວງສະຫວັນນະເຂດ ເສຍໃຫ້ ສຸລິໄຊ ສິງສະຫວັດ ຈາກກະຊວງ ປກສ, ຮຸ່ນນໍ້າໜັກ 51 ກິໂລ ສົມບູນ ບັນຊາເດດ ຈາກແຂວງສາລະວັນ ຊະນະ ພອນຄໍາ ສົມຍົງ ຈາກແຂວງຄໍາມ່ວນ, ຮຸ່ນນໍ້າ ໜັກ 54 ກິໂລ ຄໍາພາ ເທື່ອສະຫວ່າງ ຈາກແຂວງໄຊສົມບູນ ຊະນະ ຄໍາ ສີສັກ ຈາກແຂວງຈໍາປາສັກ, ຮຸ່ນນໍ້າໜັກ 57 ກິໂລ ຫຸນພັນ ຄໍາມະຕິ ຈາກແຂວງຄໍາມ່ວນ ຊະນະ ເພັດຈໍາປາ ແກ້ວປະເສີດ ຈາກ ແຂວງເຊກອງ, ຮຸ່ນນໍ້າໜັກ 60 ກິໂລ ໄກ່ ເກດນຸວົງ ຈາກແຂວງຊຽງຂວາງ ຊະນະ ອັດຕະໄຊ ສີຫາບຸດ ຈາກແຂວງຈໍາປາສັກ, ຮຸ່ນນໍ້າໜັກ 63,5 ກິໂລ ຄໍາພູ ສູນດາລາ ຈາກນະຄອນຫຼວງວຽງຈັນ ຊະນະນ໋ອກ ສຸບິນ ບັນຊາເດດ ຈາກແຂວງສາລະວັນ, ຮຸ່ນນໍ້າໜັກ 67 ກິໂລ ຄໍາເພື່ອນ ແສງຄໍາຢອງ ຈາກແຂວງຊຽງ ຂວາງ ເສຍໃຫ້ ບຸນມາ ບຸດດາລາ ຈາກແຂວງບໍລິຄໍາໄຊ ແລະ ຮຸ່ນນໍ້າໜັກ 71 ກິໂລ ວຽງຄອນ ວິໄລສັກ ຈາກນະຄອນຫຼວງວຽງຈັນ ເສຍໃຫ້ ດໍາຂຸນພອນ ຂຽວສະຫວາດ ຈາກກະຊວງ ປກຊ.

ທັງນີ້, ສະຫຼຸບຜົນນັບແຕ່ມີ້ເປີດເຖິງມື້ປິດການແຂ່ງຂັນ (ວັນທີ 16-20 ທັນວາ) ແຂວງຄໍາມ່ວນ ຄອງເຈົ້າຫຼຽນຄໍາ ໂດຍຍາດໄດ້ 2 ຫຼຽນຄໍາ 3 ຫຼຽນເງິນ 5 ທອງ ລວມ 10 ຫຼຽນ, ອັນດັບ 2 ແຂວງຊຽງຂວາງ 2 ຫຼຽນຄໍາ 3 ຫຼຽນເງິນ 4 ຫຼຽນທອງ ລວມ 9 ຫຼຽນ ແລະ ອັນດັບ 3 ແຂວງສາລະວັນ 2 ຄໍາ 2 ຫຼຽນເງິນ ລວມ 4 ຫຼຽນ.