ຕະຫຼາດຮຸ້ນ-ຕະຫຼາດເງິນຈີນຍັງມີມົນສະເໜ່ສໍາລັບຕ່າງປະເທດ

253

ຕະຫຼາດຮຸ້ນ ແລະ ຕະຫຼາດເງິນຈີນຍັງມີມົນສະເໜ່ໂດຍຫົວໜ້ານັກເສດຖະສາດຈາກຢູບີເອສໂກບອນ ເວວ ເມເນດເມນກ່າວວ່າ:ຈີນຍັງເປັນຕະຫຼາດທີ່ໜ້າດຶງດູດໃຈສໍາລັບນັກທຸະລກິດຕ່າງປະເທດທົ່ວໂລກໃນສະພາບທີ່ເສດຖະກິດຂະຫຍາຍຕົວຊ້າລົງເມື່ອປຽບທຽບກັບແຕ່ກ່ອນ.

ເຖິງວ່າເສດະກິດໂລກ ແລະ ເສດຖະກິດຈີນຈະຂະຫຍາຍຕົວຊ້າໃນອັດຕາທີ່ຕໍ່າໃນຮອບຫຼາຍທົດສະວັດທີ່ຜ່ານມາເຮັດໃຫ້ເກີດຫາງສຽງວິຈານວ່າສະເໜ່ດ້ານການລົງທຶນຂອງອາດຈະໄດ້ຮັບຜົນກະທົບ,ແຕ່ທ່ານ ນາງ ຫຍີຢານ ຫົວໜ້ານັກເສດຖະສາດຈາກຈາກຢູບີເອສໂກບອນ ເວວ ເມເນດເມນກ່າວວ່າ:ຈີນຍັງຄົງເປັນຕະຫຼາດທີ່ໜ້າດຶງດູດໃຈສໍາລັບນັກທຸລະກິດທົ່ວໂລກໃນສະພາບເສດຖະກິດໂລກຂະຫຍາຍຕົວຊ້າ ແລະ ສະຖານະການຕ່າງທີ່ຍັງບໍ່ແນ່ນອນ.

ການທີ່ຮຸ້ນ A-shareຂອງຈີນໄດ້ຮັບການເພີ່ມນໍ້າໜັກໃນການຄິດໄລ່ດັດຊະນີເອັມເອສຊີໄອເຊິ່ງເປັນດັດຊະນີຕະຫຼາດຮຸ້ນລະດັບໂລກນັ້ນຈະເປັນແຮງຈູງໃຈໃຫ້ນັກທຸລະກິດທົ່ວໂລກເຂົ້າມາເພີ່ມການລົງທຶນໃນຕະຫຼາດຮຸ້ນຈີນເຊິ່ງເປັນຕະຫຼາດທີ່ໃຫຍ່ອັນດັບ2ຂອງໂລກ.

ສໍາລັບຜົນກະທົບກັບບັນຫາການຄ້າກັບອາເມຣິກາທີ່ມີຕໍ່ຕະຫຼາດຮຸ້ນຈີນນັ້ນ,ຈີນຍັງຄົງຮັບມືໄດ້ດີເມື່ອປຽບທຽບກັບປະເທດອື່ນໆເນື່ອງຈາກຄວາມບໍ່ແນ່ນອນທາງການຄ້າມີຜົນກະທົບຕໍ່ບໍລິສັດຈົດທະບຽນພຽງແຕ່ໃຈວົງຈໍາກັດເທົ່ານັ້ນເຊິ່ງບໍລິສັດຈົດທະບຽນເຫຼົ່ານີ້ເພິ່ງພາຕະຫຼາດພາຍໃນປະເທດເປັນສ່ວນໃຫຍ່.

ຕະຫຼາດພັນທະບັດຈີນຈະກາຍເປັນສິ່ງດຶງດູດເງິນລົງທຶນຈາກຕ່າງປະເທດໃນໄລຍະ3-5ປີຕໍ່ໜ້າ,ຂະນະທີ່ສະກຸນເງິນຢວນຂອງຈີນຄາດຄະເນວ່າຈະຍັງຢູ່ໃນລະດັບທີ່ແຂງແກ່ນ.

ນອກຈາກນີ້,ອຸດສາຫະກໍາທັນສະໄໝເຊັ່ນເທັກໂນໂລຢີທາງການເງິນ,ເຄື່ອຂ່າຍ5ຈີ ແລະ ອຸດສາຫະກໍາຕ່າງໆທີ່ກ່ຽວຂ້ອງກັບການອຸປະໂພກ-ບໍລິໂພກນັ້ນຈະສາມາດດຶງດູດເງິນລົງທຶນຈາກຕ່າງປະເທດໄດ້ເຊັ່ນກັນ.

ຢູບີເອສ ຄາດຄະເນວ່າ:ການຂະຫຍາຍຕົວຂອງເສດຖະກິດໂລກໃນປີ2020ຈະຢູ່ທີ່ລະດັບ3%ຈາກລະດັບ3,1%ຂອງປີ2019ຂະນະດຽວກັນຄາດຄະເນວ່າການຂະຫຍາຍຕົວຂອງເສດຖະກິດໃນກຸ່ມຕະຫຼາດຈະເລີນໃໝ່ຈະຫຍັບຂຶ້ນສູ່ລະດັບ4,6%ຈາກລະດັບ4,2%.

ນັກວິເຄາະຈາກຢູບີເອສເຫັນວ່າຈີນຍັງເປັນຕະຫຼາດທີ່ໜ້າສົນໃຈໃນສາຍຕາຂອງນັກທຸລະກິດ,ແຕ່ໃນສ່ວນຂອງຈີນເອງພະຍາຍາມຫານະໂຍບາຍຕ່າງໆຮັບມືພາວະຂາລົງທາງເສດຖະກິດຕະຫຼອດຮອດໃຊ້ນະໂຍບາຍການເງິນແບບຜ່ອນຄາຍທີ່ຫຼ້າສຸດທ່ານ ນາງ ຈາງ ຊູສຸນ ຮອງຜູ້ອໍານວຍການສໍານັກງານວິໄຈຂອງທະນາຄານກາງຈີນໃຫ້ຮູ້ວ່າ ຈີນມີໂອາກາດທີ່ຈະຜ່ອນຄາຍນະໂຍບາຍການເງິນ,ແຕ່ບໍ່ຄວນຈະນໍາມາໃຊ້ແບບບໍ່ມີຄວາມເຂັ້ມງວດ.

ເມື່ອບໍ່ດົນມານີ້,ທະນາຄານກາງຈີນລາຍງານວ່າ:ເສດຖະກິດຂອງປະເທດຍັງມີຄວາມແຂງແກ່ນ,ສາມາດປັບຕົວໄດ້ ແລະ ຟື້ນຕົວໄດ້ເຖິງວ່າຈະປະເຊີນກັບບັນຫາຕ່າງໆເພີ່ມຫຼາຍຂຶ້ນ.

ດ້ວຍສະຖຽນລະພາບທາງການເງິນ,ພາກຄົວເຮືອນຂອງຈີນທ້ອນເງິນຫຼາຍຂຶ້ນ.ຂະນະທີ່ຫົວໜ່ວຍທຸລະກິດຍັງສົດໃສ,ສ່ວນສະຖາບັນການເງິນສໍາຄັນປະຕິບັດໜ້າທີ່ໄດ້ດີ ແລະ ມີເຄື່ອງມືດ້ານນະໂຍບາຍທີ່ຫຼາຍພຽງພໍໂດຍພີບີໂອຊີຈະເດີນໜ້າປັບປຸງອຸປະທານການເງິນ ແລະ ການປະສານງານເພື່ອສະໜັບສະໜູນເສດຖະກິດທີ່ແທ້ຈິງຄຽງຄູ່ກັບການປ້ອງກັນຄວາມສ່ຽງດ້ານການເງິນ.