ການເງິນ-ການບັນຊີ ແລະ IT, 2 ຂະແໜງການ ທີ່ກະຊວງການເງິນຕ້ອງການຮັບເປັນລັດຖະກອນປີນີ້

78781

ຂ່າວດີ! ຂອງກະຊວງການເງິນປະກາດຮັບສະໝັກລັດຖະກອນໃໝ່ປະຈຳປີ 2019 ໄດ້ອອກແຈ້ງການເຖິງຜູ້ທີ່ສົນໃຈຢາກເຮັດວຽກຢູ່ກະຊວງການເງິນຊາບວ່າ: ປັດຈຸບັນກະຊວງການເງິນ ໄດ້ຈັດຕັ້ງການສອບເສັງຄັດເລືອກເອົາລັດຖະກອນໃຫ່ມຜູ້ທີ່ມີຄວາມຮູ້, ຄວາມສາມາດເພື່ອປະກອບໃສ່ຕຳແໜ່ງງານທີ່ຍັງວ່າງ ເຊິ່ງວິຊາສະເພາະທີ່ຕ້ອງການແມ່ນ: ການເງິນ-ການບັນຊີ ແລະ ວິຊາໄອທີ (IT) ເລີ່ມເປີດຮັບເອກະສານສະໜັກສອບເສັງ ນັບແຕ່ວັນທີ 01 ກໍລະກົດ  ແລະ ປິດຄຳຮ້ອງໃນວັນທີ 05 ກໍລະກົດ 2019 ນີ້

 

ເປັນພຽງພາບປະກອບຂ່າວ

 

ພາຍໃນແຈ້ງການລະບຸໄວ້ວ່າ: ການສອບສັບຊ້ອນພາຍຫຼັງສອບເສັງໄດ້, ກະຊວງການເງິນ ຈະບໍ່ສັບຊ້ອນຜູ້ທີ່ສອບເສັງໄດ້ໄປສັງກັດຢູ່ຂະແໜງພາສີ ແລະ ສ່ວຍສາອາກອນ ເຊິ່ງຈະໄດ້ສັບຊ້ອນໄປສັງກັດຢູ່ ກົມວິຊາສະເພາະອື່ນໆຂອງກະຊວງການເງິນ ແລະ ຈຳນວນໜຶ່ງຈະໄດ້ສັບຊ້ອນໄປສັງກັດຢູ່ຂະແໜງການເງິນຂັ້ນທ້ອງຖິ່ນ ທີ່ຍັງຂາດພະນັກງານ, ຖ້າຜູ້ສອບເສັງໄດ້ບໍ່ໄປຕາມການສັບຊ້ອນຂອງກະຊວງການເງິນ ຖືວ່າສະຫຼະສິດ.

 

ເປັນພຽງພາບປະກອບຂ່າວ

 

ສຳລັບມາດຕະຖານ ແລະ ເງື່ອນໄຂຂອງຜູ້ທີ່ຈະເຂົ້າຮ່ວມການສອບເສັງ ຕ້ອງເປັນພົນລະເມືອງລາວ, ຖືສັນຊາດລາວ, ເພດຊາຍ ຫຼື ຍິງ ອາຍຸ 18 ປີ ຂຶ້ນໄປ ແຕ່ບໍ່ເກີນ 35 ປີ; ບໍ່ເຄີຍຖືກສານຕັດສິນລົງໂທດ, ຕັດອິດສະຫຼະພາບ, ບໍ່ເຄີຍຖືກວິໄນໄລ່ອອກຈາກອົງການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ລັດວິສາຫະກິດ ຫຼື ອົງການຈັດຕັ້ງສາກົນ; ມີສຸຂະພາບແຂງແຮງ, ມີມະນຸດສຳພັນດີ, ມີຄວາມອົດທົນ ແລະ ສັດຊື່ບໍລິສຸດ.

ສຳລັບສາຂາວິຊາການເງິນ-ການບັນຊີ ຕ້ອງມີໃບປະກາສະນິຍະບັດຮຽນຈົບຊັ້ນສູງຂຶ້ນໄປ ຈົບຢູ່ພາຍໃນ ຫຼື ຕ່າງປະເທດ, ສ່ວນຜູ້ທີ່ຮຽນຈົບວິຊາອື່ນແມ່ນບໍ່ຮັບຄຳຮ້ອງສະໝັກສອບເສັງ. ສ່ວນວິຊາໄອທີ ຕ້ອງມີໃບປະກາສະນິຍະບັດຮຽນຈົບຊັ້ນສູງຂຶ້ນໄປ ໃນສາຂາວິຊາ ວິທະຍາສາດຄອມພິວເຕີ, ວິສາວະກຳຄອມພິວເຕີ, ເຕັກໂນໂລຢີຂໍ້ມູນຂ່າວສານ ຈົບຢູ່ພາຍໃນ ຫຼື ຕ່າງປະເທດ.

 

ເປັນພຽງພາບປະກອບຂ່າວ

 

ມີປະສົບການການເຮັດວຽກກ່ຽວກັບຂະແໜງວິຊາທີ່ຕ້ອງການດັ່ງກ່າວຂ້າງເທິງມາເປັນຢ່າງດີ ແລະ ເວລາມີຢື່ນເອກະສານຕ້ອງຖືໃບປະກາສະນິຍະບັດ ແລະ ໃບຄະແນນ ສະບັບແທ້ມາຢັ້ງຢືນ.

ສະເພາະຜູ້ທີ່ສົນໃຈ ສາມາດສະໝັກດ້ວຍ 02 ວິທີຄື: ວິທີທີ 1 ຜູ້ທີ່ສົນໃຈຢາກສອບເສັງ ສາມາດພົວພັນຮັບຄຳຮ້ອງສອບເສັງທີ່ ສະຖາບັນເສດຖະກິດ-ການເງິນ (ດົງຄຳຊ້າງ) ແລະ ວິທີທີ 2 ສາມາດດາວໂຫຼດຄຳຮ້ອງສະໝັກເຂົ້າສອບເສັງໄດ້ທາງເວັບໄຊກະຊວງການເງິນ www.mof.gov.la

ເປັນພຽງພາບປະກອບຂ່າວ

 

ພາຍຫຼັງປະກອບເອກະສານແລ້ວໃຫ້ຢື່ນເອກະສານສະໝັກດ້ວຍຕົນເອງທີ່ ສະໂາບັນເສດຖະກິດການເງິນ (ດົງຄຳຊ້າງ) ແລະ ບໍ່ອະນຸຍາດໃຫ້ບຸກຄົນອື່ນມາພົວພັນຮັບ-ສົ່ງ ເອກະສານແທນ. ເລີ່ມພົວພັນ ແລະ ຮັບເອກະສານສະໜັກສອບເສັງ ນັບແຕ່ວັນທີ 01 ກໍລະກົດ 2019 ເປັນຕົ້ນໄປ (ກຳນົດ 05 ວັນລັດຖະການ) ແລະ ປິດຄຳຮ້ອງໃນວັນທີ 05 ກໍລະກົດ 2019.