ການຄ້າ ທຳລາຍຖິ້ມຢາສູບ ແລະ ເຄື່ອງໃນສັດ ນຳເຂົ້າບໍ່ຖືກຕ້ອງມູນຄ່າ 100 ກວ່າລ້ານກີບ

3374

ໃນວັນທີ 26 ພຶດສະພາ 2020 ທີ່ຄ້າຍກອງພັນໃຫຍ່ 497, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ.ນວ) ໄດ້ຈັດພິທີທຳລາຍຢາສູບ ແລະ ເຄື່ອງໃນສັດທີ່ນຳເຂົ້າບໍ່ຖືກຕ້ອງ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ, ມີຕາງໜ້າກົມການຄ້າພາຍໃນ, ພະແນກສາທາລະນະສຸກ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພູວອນ ພູສະເຫວີຍ ຮອງຂະແໜງການຄ້າພາຍໃນ, ພະແນກ ອຄ.ນວ ກ່າວວ່າ: ສິນຄ້ານອກລະບົບນຳເຂົ້າບໍ່ຖືກຕ້ອງທີ່ນຳມາທຳລາຍໃນຄັ້ງນີ້ປະກອບມີ ຢາສູບ ຈຳນວນ 30 ແກັດ ແລະ ເຄື່ອງໃນສັດ ຈໍານວນ 11 ແກັດ ນ້ຳໜັກ 500 ກິໂລກຣັມ ລວມມູນຄ່າທັງໝົດ 136 ລ້ານກວ່າກີບ.ໃນນັ້ນ ຍຶດຢາສູບທີ່ລັກລອບນໍາເຂົ້ານອກລະບົບໄດ້ໃນວັນທີ ວັນທີ 16 ພຶດສະພາ 2020 ຈຳນວນ 30 ແກັດ ຢູ່ເດີ່ນຄ່ຽນຖ່າຍສິນຄ້າ ຫຼັກ 16 ເມືອງໄຊທານີ.

ນອກຈາກນີ້, ໃນວັນທີ 25 ພຶດສະພາ 2020 ກໍ່ໄດ້ກວດກາພົບເຫັນລົດແກ່ເຄື່ອງໃນສັດ ສາມາດຢືດໄດ້ຈຳນວນ 11 ແກັດ ເປັນສິນຄ້ານຳເຂົ້າຈາກປະເທດເພື່ອນມິດອ້າຍນ້ອງ. ຕໍ່ກັບສິນຄ້າດັ່ງກ່າວໂດຍສະເພາະແມ່ນເຄື່ອງໃນສັດແມ່ນບໍ່ໄດ້ຜ່ານການກວດກາຢັ້ງຢືນຈາກສັດຕະວະແພດຂະແໜງກະສິກຳ ແລະ ປ່າໄມ້ ພ້ອມບໍ່ມີເອກະສານອະນຸຍາດນຳເຂົ້າຈາກພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຍຶດມາທຳລາຍຖີ້ມ.