ປູກກາເຟເປັນສິນຄ້າ ຕິດພັນກັບການບໍລິການຮ້ານກາເຟ ສ້າງລາຍຮັບຫຼັກຕື້ກີບ

0
256

ຄອບຄົວ ນາງ ຕິ໋ມ ແກ່ນມະນີສົດ ບ້ານນ້ຳແບ່ງ ເມືອງເລົ່າງາມ ແຂວງສາລະວັນ ມີລູກ 5 ຄົນ, ມີແຮງງານສົມບູນ 2 ຄົນ, ແຮງງານສຳຮອງ 2 ຄົນ. ໃນເມື່ອກ່ອນຄອບຄົວ ໄດ້ຢຶດຖືອາຊີບປູກກາເຟແບບທໍາມະຊາດ ຕາມພໍ່ແມ່ທີ່ເຄີຍເຮັດສືບທອດກັນມາພໍແຕ່ກຸ້ມກິນ.

ດ້ວຍທ່າແຮງ, ເງື່ອນໄຂ, ສະພາບແວດລ້ອມ ມີຄວາມເໝາະສົມໃນການປູກກາເຟ ຈຶ່ງຫັນເອົາການປູກກາເຟເປັນອາຊີບຕົ້ນຕໍ, ເບື້ອງຕົ້ນເລີ່ມປູກທຳອິດ 3 ເຮັກຕາເທົ່ານັ້ນ ສາມາດຂາຍໄດ້ 4 ລ້ານກີບຕໍ່ປີ ແລະ ຈາກນັ້ນໄດ້ຂະຫຍາຍເນື້ອທີ່ປູກກາເຟນ້ອຍອອກອີກ 7 ເຮັກຕາ, ສາມາດຂາຍໄດ້ 50 ຫາ 100 ລ້ານກີບຕໍ່ປີ, ສ່ວນທຶນຮອນທຳອິດແມ່ນນຳໃຊ້ແຮງງານຂອງຕົນເອງ.

ປີ 2019 ພັກ ແລະ ລັດຖະບານ ໄດ້ຊຸກຍູ້ສົ່ງເສີ່ມແກ້ໄຂ ຄວາມທຸກຍາກຂອງປະຊາຊົນດ້ວຍຫຼາຍຮູບການ ແລະ ໜຶ່ງໃນນັ້ນ ກໍແມ່ນການສົ່ງເສີມໃຫ້ມີການປູກພືດເປັນສິນຄ້າ ເວົ້າລວມ, ເວົ້າສະເພາະ ແມ່ນການປູກກາເຟເປັນສິນຄ້າ. ປັດຈຸບັນຄອບຄົວໄດ້ຂະຫຍາຍເນື້ອທີ່ປູກກາເຟອອກອີກ ເປັນ 20 ເຮັກຕາ ສ່ວນ ໃຫຍ່ແມ່ນປູກກາເຟນ້ອຍເປັນຕົ້ນຕໍ ໂດຍນຳໃຊ້ເຕັກນິກ, ວິຊາການແບບໃໝ່ເຂົ້າສູ່ການຜະລິດ ສາມາດໄດ້ເກັບກູ້ຜົນຜະລິດຈາກກາເຟ 100 ໂຕນ ( ໝາກແດງ ) ສະເລ່ຍ1 ເຮັກຕາ ໄດ້ 5 ໂຕນ ມູນຄ່າ1,500 ລ້ານກີບຕໍ່ປີ ເຫຼືອຫັກຈາກແຮງງານ, ກຳມະກອນ, ອຸປະກອນການຜະລິດ ສະເລ່ຍລາຍຮັບປະມານ 900 ລ້ານກີບຕໍ່ປີ.

ປີ 2020 ໄດ້ເຂົ້າຮ່ວມການຝຶກອົບຮົມການນຳໃຊ້ເຕັກນິກ, ວິຊາການ ວິທີຜະລິດປຸງແຕ່ງກາເຟ ແລະ ສ້າງຕັ້ງເປັນກຸ່ມຜະລິດມີສະມາຊິກ 10 ຄອບຄົວ ( ເອີ້ນວ່າກຸ່ມກາເຟນໍ້າແບ່ງ ); ປີ 2021 ທາງອໍານາດການປົກຄອງເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການອຸດສາຫະກໍາ – ການຄ້າເມືອງ ໄດ້ຊຸກຍູ້ສົ່ງເສີມຄອບຄົວຂອງຕົນໃຫ້ມາຕັ້ງຮ້ານບໍລິການກາເຟຢູ່ເມືອງເລົ່າງາມ ເພື່ອສົ່ງເສີມພູມປັນຍາຂອງຊາວບ້ານ ແລະ ຍົກລະດັບການຜະລິດໃຫ້ມີການພັດທະນາ ສາມາດສ້າງມູນຄ່າເພີ່ມພາຍໃນເມືອງ, ແຂວງ ແລະ ສົ່ງອອກຕ່າງແຂວງ. ເລີ່ມແຕ່ເປີດຮ້ານຂາຍກາເຟ ຈົນຮອດປີ 2023 ມີລູກຄ້າເຂົ້າດື່ມກາເຟສະເລ່ຍ 30 ຫາ 40 ຈອກຕໍ່ວັນ ຕົກມາປີ 2024 ເຫັນວ່າມີຜູ້ມາດື່ມກາເຟເພີ່ມຂຶ້ນ ສະເລ່ຍ 50 ຈອກຕໍ່ວັນ, ລາຄາຂາຍຈອກ 30.000 ກີບ ມີລາຍຮັບຈາກຂາຍກາເຟ 1.5 ລ້ານກີບຕໍ່ວັນ ປະມານ 500 ລ້ານກີບຕໍ່ປີ ຫັກຄ່າຕົ້ນທຶນອອກຍັງເຫຼືອ 200 ລ້ານກີບຕໍ່ປີ.

LEAVE A REPLY

Please enter your comment!
Please enter your name here