ຜົນສຳຫຼວດ ! ຄວາມຕ້ອງການດ້ານອາຊີວະມີສູງ ແຕ່ເປັນຫຍັງຄົນຮຽນໜ້ອຍ

ອາຊີວະສຶກສາ ເປັນວິທີການຢຸດຊ່ອງວ່າງຂອງການບໍ່ມີວຽກເຮັດງານທໍາ ສາມາດປະກອບສ່ວນໃຫ້ແກ່ເສດຖະກິດດ້ວຍການກະກຽມໄວໜຸ່ມໃຫ້ກາຍເປັນກຳລັງແຮງທີ່ມີປະສິດທິຜົນ. ແຕ່ຜົນສຳຫຼວດຊີ້ ຄົນລາວນິຍົມຮຽນມະຫາວິທະຍາໄລຫຼາຍກວ່າອາຊີວະສຶກສາ ໂດຍ 73% ບອກວ່າ ມີກຽດສູງກວ່າ ແລະ 56% ໃຊ້ໃນການເລື່ອນຕໍາແໜ່ງ ຫຼື ຂຶ້ນເງິນເດືອນໄດ້ດີກວ່າ, ຂະນະທີ່ຜູ້ເລືອກຮຽນອາຊີວະ 55% ບອກວ່າ ເປັນທາງທີ່ໄວທີ່ສຸດໃນການຊອກວຽກເຮັດງານທໍາ.
+ ສິ່ງທ້າທາຍໃນລະບົບອາຊີວະສຶກສາ
ໃນບົດສໍາຫຼວດຄວາມຄາດຫວັງ ແລະ ເປົ້າໝາຍໃນຊີວິດຂອງໄວໜຸ່ມລາວ ຈັດເຮັດໂດຍກະຊວງສຶກສາທິການ ແລະ ກີລາ ຮ່ວມກັບ ການຮ່ວມມືລາວ – ເຢຍລະມັນ ຫຼື GIZ ທີ່ເຜີຍແຜ່ໃນວັນທີ 16 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການເຂົ້າຮຽນໃນລະດັບອາຊີວະສຶກສາແມ່ນຍັງຕ່ຳ. ບົດສຳຫຼວດກຳລັງແຮງງານປີ 2010 ໄດ້ລາຍງານວ່າ ມີພຽງ 2.95% ຂອງຄົນທີ່ມີອາຍຸລະ ຫວ່າງ 15 – 64 ປີ ໄດ້ຮັບການຝຶກອົບຮົມວິຊາຊີບ. ໃນນັ້ນ, ຜົນການສຳຫຼວດສະແດງໃຫ້ເຫັນວ່າ 22% ຂອງໄວໜຸ່ມທີ່ມີຄວາມຕັ້ງໃຈທີ່ຈະສຳເລັດການສຶກສາວິຊາຊີບໃນຮູບແບບໃດໜຶ່ງ.
ອີກປັດໄຈໜຶ່ງອາດແມ່ນການທີ່ບໍ່ມີການສົ່ງເສີມ ເພື່ອສື່ສານກ່ຽວກັບປະໂຫຍດຂອງການສຶກສາວິຊາຊີບ, ອີງຕາມຄຳເຫັນຂອງຜູ້ທີ່ໃຫ້ຂໍ້ມູນ – ຂ່າວສານ. ພໍ່ແມ່ຊຸກຍູ້ໃຫ້ລູກໆຂອງຕົນສະແຫວງຫາການສຶກສາຂັ້ນມະຫາວິທະຍາໄລໃນວິຊາທີ່ນິຍົມກັນເຊັ່ນ: ທຸລະກິດ, ເສດຖະສາດ ແລະ ການບັນຊີ, ແຕ່ໃນຕົວຈິງແມ່ນມີ “…ມີຄວາມຕ້ອງການຢ່າງສູງຕໍ່ບຸກຄົນທີ່ມີທັກສະດ້ານວິຊາຊີບເພື່ອເຂົ້າເຮັດວຽກ ” ( ອາຈານມະຫາວິທະຍາໄລເພດຊາຍ, ວິທະຍາເຂດດົງໂດກ ).
ຜູ້ຕອບຄຳຖາມທ່ານໜຶ່ງເວົ້າວ່າ: ອາຊີວະສຶກສາ ຍັງບໍ່ແມ່ນທາງເລືອກທີ່ໄວໜຸ່ມນິຍົມ ຍ້ອນວ່າ: “….ບໍ່ມີອົງການຈັດຕັ້ງໃດໂຄສະນາສົ່ງເສີມ ວ່າມັນມີຄວາມສຳຄັນຄືແນວໃດ ແລະ ຈຶ່ງຖືກເບິ່ງວ່າມັນໃຫ້ຄ່າຕອບແທນໜ້ອຍກວ່າ ”. ຂະນະທີ່ລັດຖະບານຈັດຕັ້ງປະຕິບັດໃນການໃຫ້ຄຳປຶກສາແນະນຳກ່ຽວກັບວິຊາຊີບ ແລະ ແນະນຳກ່ຽວກັບໂຄງການອາຊີວະສຶກສາໃນແຕ່ລະປີ ແລະ ເຮັດທົ່ວປະເທດ, ຜູ້ສັງເກດການບາງໄວໜຸ່ມທີ່ບໍ່ໄດ້ຮັບຂໍ້ມູນ – ຂ່າວສານທີ່ພຽງພໍ ກ່ຽວກັບ ຄວາມຕ້ອງການຂອງຕະຫຼາດແຮງງານ. ສະນັ້ນ, ພວກເຂົາຈຶ່ງເລືອກເອົາຫຼັກສູດວິຊາຊີບທີ່ບໍ່ແທດເໝາະ ແລະ ອາດຕ້ອງກາຍເປັນຄົນວ່າງງານ.
ການຂາດຄວາມສົນໃຈໃນອາຊີວະສຶກສາ ແມ່ນຖືກຂັບເຄື່ອນດ້ວຍການຂາດລະບົບທີ່ອີງໃສ່ພາກປະຕິບັດ ແລະ ທີ່ແນໃສ່ວຽກເຮັດງານທຳ, ໂດຍນາຍຈ້າງມີສ່ວນຮ່ວມໜ້ອຍທີ່ສຸດ. ພາກເອກະຊົນບໍ່ມີຂີດ ຄວາມສາມາດໃນການວິເຄາະຄວາມຕ້ອງການດ້ານແຮງງານຕົວຈິງ. ນອກຈາກນີ້, ຍັງມີຄວາມບໍ່ສົມດູນກັນຢູ່ໃນຕະຫຼາດແຮງງານ. ໃນຂະນະທີ່ຈ້າງງານແບບບໍ່ເຕັມເວລາຍັງມີສູງ, ຕຳແໜ່ງງານວ່າງໄດ້ຖືກແທນທີ່ ແລະ ຕື່ມເຕັມດ້ວຍການນຳເຂົ້າແຮງງານຈາກຕ່າງປະເທດທີ່ໄດ້ຜ່ານການຝຶກອົບຮົມ.
ຢ່າງໃດກໍ່ຕາມ, ລັດຖະບານ ສປປ ລາວ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາດັ່ງກ່າວດ້ວຍການພະຍາຍາມໃຫ້ພາກເອກະຊົນມີສ່ວນຮ່ວມໃນການພັດທະນາຫຼັກສູດ, ພ້ອມທັງສົ່ງເສີມການຝຶກອົບຮົມແບບຮ່ວມມືກັນສອງດ້ານ ເຊິ່ງໝາຍຄວາມວ່າ ນັກຮຽນບໍ່ພຽງແຕ່ໄດ້ຮັບບົດຮຽນດ້ານທິດສະດີ ແຕ່ຍັງສຳເລັດການຝຶກງານພາກບັງຄັບນຳບໍລິສັດນຳອີກດ້ວຍ.
ອີກບັນຫາໜຶ່ງແມ່ນການສອນ ແລະ ພະນັກງານບໍລິຫານຂອງອາຊີວະສຶກສາ ຍັງຂາດການຝຶກອົບຮົມດ້ານສຶກສາສາດ ແລະ ດ້ານເຕັກນິກວິຊາການ ກໍ່ຄືທັກສະດ້ານການຄຸ້ມຄອງບໍລິຫານ. ການເຂົ້າເຖິງໂຮງຮຽນອາຊີວະສຶກສາ ໂດຍກຸ່ມຜູ້ດ້ອຍໂອກາດຍັງຖືກຈຳກັດ, ໂດຍໂອກາດທີ່ຈະໄດ້ເຂົ້າຮຽນມີໜ້ອຍລົງ. ເຄິ່ງໜຶ່ງຂອງຫຼັກສູດວິຊາຮຽນ ແມ່ນຢູ່ນະຄອນຫຼວງວຽງຈັນ, 25% ຢູ່ສະຫວັນນະເຂດ, ປາກເຊ ແລະ ຫຼວງພະບາງ ແລະ ອີກ 25% ແມ່ນຢາຍຢູ່ໃນຂອບເຂດທົ່ວປະເທດ.
+ ບັນດາໂອກາດໃນລະບົບອາຊີວະສຶກສາ
ໃນບົດສໍາຫຼວດຄວາມຄາດຫວັງ ແລະ ເປົ້າໝາຍ ໃນຊີວິດຂອງໄວໜຸ່ມລາວ ລະບຸວ່າ: ອາຊີວະສຶກສາ ອາດເປັນຄຳຕອບທີ່ຈະເຕີມເຕັມຊ່ອງວ່າງດ້ານແຮງງານທີ່ມີຢູ່ສຳລັບໜ້າວຽກທີ່ສຳຄັນທີ່ຈຳເປັນໃນການຂັບເຄື່ອນເສດຖະກິດ, ແຕ່ອາດມີຄວາມຈຳເປັນທີ່ຈະຕ້ອງມີການລົງທຶນ ແລະ ປັບປຸງຄຸນນະພາບກ່ອນທີ່ມັນຈະຖືກເບິ່ງວ່າເປັນທາງເລືອກທີ່ເປັນຈິງຂອງໄວໜຸ່ມລາວ. ອັນນີ້ແມ່ນສຳຄັນ ຍ້ອນວ່ານາຍຈ້າງ ແລະ ຜູ້ທີ່ມີອິດທິພົນຕົ້ນຕໍໄດ້ລະບຸວ່າ ມັນເປັນກຸນແຈໃນການຍົກລະດັບຄວາມສາມາດໃນການເຮັດວຽກງານຂອງໄວໜຸ່ມ. ນາຍຈ້າງບາງຄົນເຫັນວ່າການຝຶກອົບຮົມວິຊາຊີບສຳລັບໄວໜຸ່ມລາວ ເປັນປະໂຫຍດຫຼາຍກວ່າການສຶກສາໃນລະບົບ. ມີຫຼາຍຫຼັກສູດຂອງວິຊາຊີບທີ່ມີຄວາມຕ້ອງການສູງຢູ່ແລ້ວເຊັ່ນ: ວຽກດ້ານກົນຈັກ.
ຄວາມພະຍາຍາມຂອງກະຊວງສຶກສາທິການ ແລະ ກີລາ ໃນໄລຍະຜ່ານມາເຫັນວ່າປະສົບຜົນສຳເລັດຍ້ອນວ່າ “…ຜູ້ທີ່ຮຽນຈົບໂຮງຮຽນເກືອບທັງໝົດ ໄດ້ວຽກເຮັດງານທຳພາຍຫຼັງທີ່ຮຽນຈົບ ”. ຄວາມສາມາດໃນການເຮັດວຽກຂອງຜູ້ທີ່ຮຽນຈົບ ເປັນຕົວຊີ້ວັດຄວາມສຳເລັດຂອງໂຄງການ ແລະ ສິ່ງເຫຼົ່ານີ້ຄວນຖືກປະຕິບັດຕໍ່ໆໄປ.
ໜ້າວຽກທີ່ນາຍຈ້າງລະບຸວ່າ ພົບຄວາມຫຍຸ້ງຍາກທີ່ຈະຊອກຫາແຮງງານ, ເຊິ່ງສາມາດເອົາເຂົ້າສອນໃນຫຼັກສູດອາຊີວະສຶກສາມີດັ່ງນີ້: ນາຍຊ່າງກ່ຽວກັບລົດ, ການພິມ ແລະ ການໂຄສະນາ, ຕ່ຳຜ້າ ແລະ ຫຍິບຈັກ, ຖັກແສ່ວ, ພໍ່ຄົວແມ່ຄົວ, ອອກແບບຜະລິດຕະພັນ, ຖ່າຍຮູບ ແລະ ອອກແບບເຄື່ອງເຟີນີເຈີ.
ຈາກການສຳພາດຜູ້ຕອບຄຳຖາມຈາກຫຼາຍຂະແໜງການ ໄດ້ສະໜັບສະໜູນແນວຄິດທີ່ວ່າ ທັກສະດ້ານວິຊາຊີບຈະຊ່ວຍໃຫ້ນັກຮຽນໄດ້ຮັບໜ້າວຽກງ່າຍຂຶ້ນ. “ ການສຶກສາວິຊາຊີບຈະເຮັດໃຫ້ມີຄວາມແນ່ນອນຫຼາຍຂຶ້ນແກ່ພວກເຂົາກ່ຽວກັບການເຮັດວຽກໃນຖານະເປັນພະນັກງານທີ່ມີທັກສະ ”.

2224

ການຮຽນ – ການສອນ ຢູ່ໂຮງຮຽນເຕັກນິກລາວ – ເຢຍລະມັນ ນະຄອນຫຼວງວຽງຈັນ

rzewa