ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ

221

ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ,ນາຍົກລັດຖະມົນຕີ ສປປລາວ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນຕອນບ່າຍວັນທີ 24 ຕຸລາ 2020.


ໂອກາດນີ້,ໄດ້ພົບປະໂອ້ລົມການນໍາແຂວງຈໍາປາສັກ,ທີ່ຫ້ອງວ່າການແຂວງ,ຮັບຟັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຈາກທ່ານ ມະໄລທອງ ກົມມະສິດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຈໍາປາສັກ ເຊິ່ງມີຜົນງານຫຼາຍດ້ານທີ່ຕັ້ງໜ້າ ແລະ ສິ່ງທ້າທາຍຕໍ່ການພັດທະນາ ເປັນຕົ້ນຜົນກະທົບມາຈາກສະພາບການລະບາດພະຍາດໂຄວິດ-19 ແລະ ອື່ນໆ.ພ້ອມທັງຍົກໃຫ້ເຫັນທິດທາງແຜນການ,ວິທີການ ແລະມາດຕະການທີ່ຄະນະພັກ-ອົງການປົກຄອງແຂວງຈະໄດ້ສຸມໃສ່ໃນຕໍ່ໜ້າ.


ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ,ນາຍົກລັດຖະມົນຕີ ສປປລາວ ໄດ້ໂອ້ລົມ ຊຶ່ງກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດການຊີ້ນໍາ,ນໍາພາຂອງຄະນະພັກ,ອົງການປົກຄອງແຂວງ ທີ່ສາມາດຍາດມາໄດ້ໃນຫຼາຍດ້ານ,ຈາກນີ້ກໍຊີ້ນໍາໃຫ້ຄະນະພັກ,ອົງການປົກຄອງແຂວງ ສືບຕໍ່ນໍາເອົາແນວທາງນະໂຍບາຍຂອງພັກ,ແຜນພັດທະນາເສດຖະກິດ-ສັງຄົມ,ລະບຽບກົດໝາຍຂອງລັດ ລົງສູ່ພື້ນນຖານປະຊາຊົນ,ສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າ,ຫົວໜ່ວຍທຸລະກິດມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ເປັນເຈົ້າການປະຕິບັດສິດ,ພັນທະຂອງຕົນປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ກໍຄືແຂວງຈໍາປາສັກໃຫ້ແຂງແຮງກວ່າເກົ່າ,ເຂົ້າໃຈແຈ້ງຕໍ່ສະພາບບັນຫາຂອງໂລກ,ພາກພື້ນ,ກໍຄືປະເທດເຮົາທີ່ປະເຊີນຢູ່ໃນປັດຈຸບັນ;

ພ້ອມນັ້ນກໍ ເນັ້ນໃຫ້ປະຊາຊົນສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດຢ່າງເຂັ້ມງວດ,ດໍາລົງຊີວິດແບບໃໝ່.ພິກຈາກສະຖານະການໂຄວິດໃຫ້ເປັນໂອກາດໃນການປັບປຸງປ່ຽນແປງຮູບການດໍາລົງຊີວິດ,ການທໍາມາຫາກິນ ເວົ້າສະເພາະແມ່ນໃຫ້ເອົາໃຈໃສ່ການຜະລິດພາຍໃນໃຫ້ເປັນສິນຄ້າຢ່າງກວ້າງຂວາງ ບົນຈິດໃຈເພິ່ງຕົນເອງ,ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ຫຼາຍຂຶ້ນ.ທັງນີ້ກໍຟື້ນຟູເສດຖະກິດຂອງແຂວງ ກໍຄືຂອງຊາດໃຫ້ກ້າວສູ່ສະພາບປົກະຕິໂດຍໄວ.


ການໂອ້ລົມຂອງທ່ານນາຍົກລັດຖະມົນຕີຍັງໄດ້ເວົ້າເຖິງການກະກຽມດໍາເນີນກອງປະຊູມໃຫຍ່ຂອງອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະບັນຫາສໍາຄັນອື່ນອີກ…ທັງນີ້ກໍເພື່ອຊຸກຍູ້ໃຫ້ກໍາລັງໃຈ ແລະນໍາເອົາຄວາມເປັນຫ່ວງເປັນໄຍຂອງກົມການເມືອງສູນກາງພັກ-ລັດຖະບານ ມາຍັງຄະນະພັກ,ອົງການປົກຄອງແຂວງ ກໍຄືປະຊາຊົນຊາວແຂວງຈໍາປາສັກ.


ເຂົ້າຮ່ວມຮັບຟັງການໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປລາວ ໃນຄັ້ງນີ້ ມີ ທ່ານ ເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ #ປະທານສະພາປະຊາຊົນແຂວງຈໍາປາສັກ,ທ່ານ ມະໄລທອງ ກົມມະສິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໆຈໍາປາສັກ,ບັນດາທ່ານໃນຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ,ການນໍາເມືອງ,ນະຄອນ,ພະແນກການກົມກອງພ້ອມຂ້າງແຂວງ,ອົງການຈັດຕັ້ງຕ່າງໆ ພາຍໃນແຂວງ ຕະຫຼອດຮອດຫົວໜ່ວຍທຸລະກິດເຂົ້າຮ່ວມ.


ພາຍຫຼັງພົບປະໂອ້ລົມການນໍາແຂວງແລ້ວ,ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປລາວ ຍັງໄດ້ໄປຢ້ຽມຢາມເບີ່ງສະພາບການປິ່ນປົວຄົນເຈັບຢູ່ ໂຮງໝໍຈໍາປາສັກ,ຢ້ຽມຢາມສູນພັດທະນາສີມືແຮງງານພາກໃຕ້(ຫຼັກ7) ແລະ ເຂດເສດຖະກິດພິເສດລາວ-ຍີ່ປຸ່ນ .

ເກດສະໜາ ແກ້ວສຸວັນນະແສງ,Champasak RADIO Station100,7 Mhz