“ເຄັກກ້ວຍຫອມ” ເມນູຂອງຫວານທີ່ຖືກໃຈທັງເດັກ ແລະ ຜູ້ໃຫຍ່

297

ເຄັກກ້ວຍເປັນເຄັກທີ່ສາມາດກິນຫຼິ້ນ ຫຼື ກິນຄູ່ກັບຊາ ກາເຟກໍໄດ້. ສະນັ້ນ, ມື້ນີ້ເຮົາຈຶ່ງໄດ້ນຳເອົາເມນູຂອງຫວານນີ້ມາໃຫ້ໝູ່ເພື່ອໄດ້ລອງເຮັດກິນຢູ່ບ້ານເພື່ອເອົາໃຈແມ່ບ້ານທີ່ມັກເຮັດເຂົ້າໝົມເຄັກ.

ສ່ວນປະສົມຂອງເຄັກກ້ວຍຫອມ

  • ກ້ວຍຫອມສຸກ 3-4 ໜ່ວຍ

  • ແປ້ງອະເນກປະສົງ 2 ຖ້ວຍ

  • ເກືອ ½ ບ່ວງຊາ

  • ເບກກິ້ງໂຊດາ 2 ບ່ວງຊາ

  • ນ້ຳຕານ 1 ½ ຖ້ວຍ (ຫຼຸດນ້ຳຕານຖ້າບໍ່ມັກຫວານ)

  • ກິ່ນວານິລາ ½ ບ່ວງຊາ

  • ໄຂ່ໄກ່ 3 ໜ່ວຍ

  • ນ້ຳມັນພືກ ຫຼື ນ້ຳມັນລຳເຂົ້າ ¾ ຖ້ວຍ

  • ຊັອກໂກແລັດຊິບ ½ ຖ້ວຍ

ວິທີເຮັດເຄັກກ້ວຍ

1 ປອກກ້ວຍ ບົດລະອຽດປະໄວ້.

2 ເອົາແປ້ງໃສ່ເກືອ, ເບກກິ້ງໂຊດາ ແລະ ນ້ຳຕານລົງໄປປະສົມໃຫ້ເຂົ້າກັນ.

3 ນຳເອົາກ້ວຍທີ່ບົດໄວ້ ໃສ່ໄຂ່ໄກ່ ນ້ຳມັນພືດປະສົມໃຫ້ເຂົ້າກັນ ຈາກນັ້ນໃສ່ແປ້ງທີ່ປະສົມໄວ້ລົງໄປ.

4 ພັກແປ້ງທີ່ປະສົມແລ້ວ ປິດພາສຕິກ 15 ນາທີ.

5 ນຳແປ້ງເຄິ່ງໜຶ່ງໃສ່ພິມ ¾ ຖ້ວຍ ອີກເຄິ່ງໜຶ່ງໃສ່ຊັອກໂກແລັດຊິບ.

6 ນຳເຂົ້າເຕົາອົບ180 ອົງສາ ຫຼື 350 ຟາເລນໄຮ 18-20 ນາທີຈົນກວ່າເຂົ້າໜົມສຸກ.

ພຽງເທົ່ານີ້ເຂົ້າໝົມເຄັກກ້ວຍຫອມໆ ແຊບໆ ກໍສາມາດຈັດໃສ່ຈານພ້ອມເສີບກັບນ້ຳຊາ ຫຼື ກາເຟໄດ້.